ແງ່ຫວັງທີ່ດີງາມໃນການພົວພັນລະຫວ່າງ ຫວຽດນາມ - ອີຢິບ

(VOVWORLD) - ໃນນັ້ນມີການຢ້ຽມຢາມ ຫວຽດນາມ ຂອງທ່ານ ປະທານາທິບໍດີ ເອຢິບ ພາຍຫຼັງ 54ປີທີ່ສອງປະເທດສ້າງຕັ້ງສາຍພົວພັນທາງການທູດ...
ແງ່ຫວັງທີ່ດີງາມໃນການພົວພັນລະຫວ່າງ ຫວຽດນາມ - ອີຢິບ - ảnh 1 ທ່ານ ເອກອັກຄະລັດຖະທູດ ໂດຮ່ວາງລອງ

ປີ 2017 ແມ່ນປີຮັບຮູ້ບັນດາຈຸດພົ້ນເດັ່ນສຳຄັນໃນການພົວພັນ ຫວຽດນາມ - ອີຢິບໃນບັນດາຂົງເຂດ: ການເມືອງ, ການທູດ, ເສດຖະກິດ ແລະ ວັດທະນະທຳ. ໃນນັ້ນມີການຢ້ຽມຢາມ ຫວຽດນາມ ຂອງທ່ານ ປະທານາທິບໍດີ ເອຢິບ ພາຍຫຼັງ 54ປີທີ່ສອງປະເທດສ້າງຕັ້ງສາຍພົວພັນທາງການທູດ ເຊິ່ງໄດ້ຮັບຖືແມ່ນປະຖົມປັດໃຈສຳຄັນສຳລັບການຊຸກຍູ້ການພົວພັນສອງປະເທດໃນບັນດາຂົງເຂດ, ເປັນຕົ້ນແມ່ນເສດຖະກິດ, ການຄ້າ. ຕາມທ່ານ ໂດຮ່ວາງລອງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຢິບແລ້ວ, ປີ 2018 ແມ່ນປີສອງປະເທດຈະຜັນຂະຫຍາຍຫຼາຍການເຄື່ອນໄຫວທີ່ມີຄວາມໝາຍທີ່ສຸດ, ໃນນັ້ນມີການຜັນຂະຫຍາຍບັນດາເອກະສານ, ຂໍ້ຕົກລົງເຊິ່ງສອງຝ່າຍໄດ້ລົງນາມໃນຫຼາຍຂົງເຂດຄື ເສດຖະກິດ, ການເມືອງ, ການທູດ, ວັດທະນະທຳ, ການສຶກສາ, ສາທາລະນະສຸກ… ທ່ານ ເອກອັກຄະລັດຖະທູດ ໂດຮ່ວາງລອງ ຫວັງວ່າປີ 2018 ຈະແມ່ນປີປະຜົນສຳເລັດໃນການພົວພັນສອງຝ່າຍລະຫວ່າງ ຫວຽດນາມ ແລະ ອີຢິບ.

        “ປັດຈຸບັນ, ສະຖານທູດ ໄດ້ມີລາຍການເຮັດວຽກ ກັບ ກະຊວງການຮ່ວມມື ແລະ ການລົງທຶນ ອີຢິບ ເພື່ອແນໃສ່ສ້າງກົນໄກເຮັດວຽກໂດຍກົງກັບກະຊວງ ແລະ ບັນດາຄູ່ຮ່ວມມືທີ່ກ່ຽວຂ້ອງເຖິງສັນຍາຮ່ວມມືແຕ່ລະສະບັບ ແລະ ຊຸກຍູ້ຜັນຂະຫຍາຍບັນດາເອກະສານນີ້. ນອກຈາກນັ້ນ, ການແລກປ່ຽນຄະນະ, ຜູ້ແທນຈາກຂັ້ນສູງ, ຮອດບັນດາກະຊວງ, ຂະແໜງການຈະດຳເນີນເປັນປົກກະຕິກວ່າເພື່ອຜັນຂະຫຍາຍບັນດາເອກະສານຄືດັ່ງຂ້າພະເຈົ້າໄດ້ກ່າວມານີ້. ກ່ຽວກັບດ້ານເສດຖະກິດ, ສະຖານທູດໄດ້ສ້າງລາຍການເພື່ອພົບປະເຮັດວຽກກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງເພື່ອຜັນຂະຫຍາຍບັນດາຂໍ້ຕົກລົງການຮ່ວມມືນີ້. ຄຽງຂ້າງນັ້ນ, ພວກຂ້າພະເຈົ້າກໍ່ສົ່ງເສີມວຽກງານໂຄສະນາເຜີຍແຜ່ກ່ຽວກັບເສດຖະກິດຂອງຫວຽດນາມຫຼາຍກວ່າອີກເພື່ອບັນດາວິສາຫະກິດສອງຝ່າຍມີກາລະໂອກາດສຳຜັດເຊິ່ງກັນ ແລະ ກັນ, ແລະ ຜັນຂະຫຍາຍບັນດາການເຄື່ອນໄຫວເສດຖະກິດ ແລະ ຫວັງວ່າໃນປີ 2018, ວົງເງິນການຄ້າຂອງສອງປະເທດຈະເພີ່ມຂຶ້ນເມື່ອທຽບໃສ່ປີ 2017.”

ຕອບກັບ

ຂ່າວ/ບົດ​ອື່ນ