ແດນມາກຕໍ່ກຳນົດເວລາຄວບຄຸມຊາຍແດນເພື່ອຄວບຄຸມຊາວອົບພະຍົບຢ່າງຜິດກົດໝາຍ

ແດນມາກຕໍ່ກຳນົດເວລາຄວບຄຸມຊາຍແດນເພື່ອຄວບຄຸມຊາວອົບພະຍົບຢ່າງຜິດກົດໝາຍ - ảnh 1
(ພາບ​ປະ​ກອບ: AFP/TTXVN)

(vovworld) –​  ​ວັນ​ທີ 13/01, ລັດ​ຖະ​ບານ​ແດນ​ມາກ ຕົກ​ລົງ​ຕໍ່​ກຳ​ນົດ​ເວ​ລາ​​ນຳ​ໃຊ້​ບັນ​ດາ​​ມາດ​ຕະ​ການ​​ຄວບ​ຄຸມ​ຊາ​ຍ​ແດນຊົ່ວ​ຄ​າວ ຢູ່​ເສັ້ນ​ຊາຍ​ແດນ​​ຕິດ​ກັບ​ເຢຍ​ລະ​ມັນ ຕື່ມ​ອີກ 20 ວັນ,​ ແມ່ນຮອ​ດ​ວັນ​ທີ 03/02. ລັດ​ຖະ​ບານ ​ແດນ​ມາກ ໄດ້​ຍົກ​ອອກ​ຂໍ້​ຕົກ​ລົງ​ນ​ີ້​ຍ້ອນ​ຖື​ວ່າ ມີ​ໄພ​ຈະ​ມີ​ຊາວ​ອົບ​ພະ​ອົບ​ຢ່າງ​ຜິດ​ກົດ​ໝາຍ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ​ອາດ​ຈະ​ເຂ​ົ້າມາ​ປະ​ເທດນີ້. ກ່ອນ​ໜ້ານັ້ນ, ການ​ນຳ​ແດນ​ມາກ ກ່າວ​ເຕືອນ​ວ່າ, ຖ້າ​ຫ​າກ​ສະ​ຫະ​ພາບ​ເອີ​ລົບ ບໍ່​ສາ​ມາດ​ປົກ​ປ​້ອງ​ເຂດ​ຊາຍ​ແດນ​ພາຍ​ໃນ​ກຸ່ມ​ຂອງ​ຕ​ົ​ນ​ໄດ້​ ຈະ​ມີ​ຫຼາຍ​ປະ​ເທດ​ສະ​ມາ​ຊິກຕອງ​ນຳໃຊ້​ມາດ​ຕະ​ການ​ຄວບ​ຄຸມຊາຍ​ແດນ​ຄື​ກັບ​ແດນ​ມາກ.

ຂ່າວ/ບົດ​ອື່ນ