ແຕ່ງຕັ້ງເອກອັກຄະລັດຖະທູດ, ຫົວໜ້າສະຖານກົງສູນຫວຽດນາມ ປະຈຳຕ່າງປະເທດ

ແຕ່ງຕັ້ງເອກອັກຄະລັດຖະທູດ, ຫົວໜ້າສະຖານກົງສູນຫວຽດນາມ ປະຈຳຕ່າງປະເທດ - ảnh 1
ທ່ານ​ປະທານ​ປະ​ເທດ Truong Tan Sang

( vovworld ) – ​ ຕອນ​ບ່າຍ​ວັນ​ທີ 29/3, ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານ​ປະ​ເທດ Truong Tan Sang ​ໄດ້​ມອບ​ຂໍ້​ຕົກລົງ​ໃຫ້​ບັນດາ​ພະນັກງານ​ທີ່​ປະຕິບັດວຽກ​ງານ​ການທູດ​ເຊິ່ງໄດ້​ຮັບ​ໜ້າ​ທີ່​ເປັນ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສສ.ຫວຽດນາມ ​ແລະ ຫົວໜ້າສະຖານກົງສູນ​ຫວຽດນາມ ​ປະຈຳ​ຕ່າງປະ​ເທດ. ​ໃນ​ຈຳນວນ​ພະນັກງານ​ 25 ທ່ານທີ່​ໄດ້​ຮັບ​ຂໍ້​ຕົກ​ລົງ​ຄັ້ງ​ນີ້​ລວມມີ 19 ທ່ານ​ແມ່ນ​ຮັບ​ດຳລົງ​ຕຳ​ແໜ່​ງເປັນ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສສ.ຫວຽດນາມປະຈຳ​ຕ່າງປະ​ເທດ.

   ທ່ານ​ປະທານ​ປະ​ເທດ​ໄດ້​ເອົາ​ໃຈ​ໃສ່​ວ່າ ຫວຽດນາມ ສືບ​ຕໍ່​ເປີດ​ກວ້າງ​ການ​ພົວພັນ​ມືກັບ​ບັນດາ​ປະ​ເທດ​ໃນ​​ໂລກ, ບັນດາ​ເອກ​ອັກຄະ​ລັດຖະທູດ ​ແລະ ຫົວໜ້າກົງສູນ​ຕ້ອງ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ເ​ອກອັກຄະ​ລັດຖະທູດ​ຮັບຜິດຊອບໜ້າ​ທີ່​ການ​ທູດ​ຢູ່​ຫຼາຍ​ປະ​ເທດ​ ​ບໍ່​ພຽງ​ແຕ່​ຮັກສາ​ການ​ພົວພັນເທົ່າ​ນັ້ນ ຫາກ​ຍັງ​ຊຸກຍູ້ສາຍ​ພົວພັນ​ນີ້​ຢ່າງ​ແຮງ, ​ເລິກ​ເຊິ່ງ ​ແລະ ອຸດົມສົມ​ບຸນກວ່າ​ອີກ, ​ເພື່ອຜົນ​ປະ​ໂຫຍດລະຫວ່າງ​ຫວຽດນາມ ​ແລະ ບັນດາ​ຄູ່​ຮ່ວມ​ມື, ຮັບ​ໃຊ້​ບັນດາ​ເປົ້າ​ໝາຍ​ຄວາມ​ໝັ້ນຄົງ, ການ​ພັດທະນາ ​ແລະ ຍົກ​ສູງ​ທີ່​ຕັ້ງ​ບົດບາດ​ຂອງ​ປະ​ເທດ​ຊາດ​ຢ່າງ​ມີ​ປະສິດທິຜົນ.
ຂ່າວ/ບົດ​ອື່ນ