ແທງຮ໋ວາເປີດສະຫຼອງຫ້ອງອ່ານສະເພາະກ່ຽວກັບນ້ຳໃຈມິດຕະ ພາບ ແລະ ຮ່ວມມືຫວຽດນາມ - ລາວ

ແທງຮ໋ວາເປີດສະຫຼອງຫ້ອງອ່ານສະເພາະກ່ຽວກັບນ້ຳໃຈມິດຕະ ພາບ ແລະ ຮ່ວມມືຫວຽດນາມ - ລາວ - ảnh 1
ພາບປະກອບ

(vovworld) - ​ເພື່ອ​ສະ​ເຫຼີ​ມສະຫຼອງ 35 ປີ ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ການຮ່ວມ​ມື (18/7/1977) ​ແລະ 50 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູ​ດ ຫວຽດນາມ - ລາວ 5/9/1962), 45 ປີ ​ແຫ່ງ​ວັນ ​ແຮ​ກສ່ຽວ ​ແລະ ​ເຊັນ​ສັນຍາ​ຮ່ວມ​ມື​ພັດທະນາ​ລະຫວ່າງ​ແຂວງ ​ແທງ​ຮ໋ວາ ກັບ​ແຂວງ ຫົວພັນ. (1967) ວັນ​ທີ 16/7, ຫໍສະໝຸດ​ແຂວງ ​ແທງ​ຮ໋ວາ​ໄດ້ເປີດ​ສະຫຼອງ​ຫ້ອງ​ອ່ານ​ເອກະສານ​ກ່ຽວ​ກັບ​ນ້ຳ​ໃຈ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຫວຽດນາມ - ລາວ. ​ເນື່ອງ​ໃນ​ໂອກາດ​ນີ້​ຫໍສະໝຸດ​ແຂວງ​ແທງ​ຮ໋ວາ​ ຍັງ​ແນະນຳ​ໜັງສືພິມ​ຕ່າ​ງໆ​ທີ່​ເວົ້າ​ເຖິງ ”ນ້ຳ​ໃຈ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ແຂວງ​ແທງ​ຮ໋ວາ - ຫົວພັນ”

ຂ່າວ/ບົດ​ອື່ນ