ແນວໂຮມປະເທດຫວຽດນາມແລະກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມສົມທົບກັນໂຄສະນາປ້ອງກັນຊາດ,ປ້ອງກັນຄວາມສະຫງົບ

ແນວໂຮມປະເທດຫວຽດນາມແລະກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມສົມທົບກັນໂຄສະນາປ້ອງກັນຊາດ,ປ້ອງກັນຄວາມສະຫງົບ - ảnh 1
ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ
ຫງວຽນ​ທ້ຽນ​ເຍີນ ເປັນປະທານກອງປະຊຸມ

(vovworld) – ທີ່​ການ​ເຮັດ​ວຽກ​ໃນ​ຕອນ​ເຊົ້າ​ວັນ​ທີ 29/7, ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ຕີ​ລາຄາ​ສູງ​ການ​ປະ​ກອບ​ສ່ວນ​ອັນ​ໃຫຍ່​ຫຼວງ​ຂອງ​ກົມ​ໃຫຍ່ການ​ເມືອງ, ກອງທັບ​ປະຊາຊົນ ຫວຽດນາມ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ກາ​ນຮັບປະກັນ​ການ​ປ້ອງ​ກັນຊາ​ດ​ໃຫ້​ແກ່​ປະ​ເທດ​ຊາດ, ​ເພື່ອ​ໃຫ້​ປະຊາຊົນ​ມີ​ຊີວິດ​ທີ່​ອິ່ມ​ໜຳ​ສຳລານ. ທ່ານ​ປະທານ ຫງວຽນ​ທ້ຽນ​ເຍີນ ສະ​ເໜີ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ກົມ​ໃຫຍ່ການ​ເມືອງ (ກອງທັບ​ປະຊາຊົນ ຫວຽດນາມ) ​ແລະ ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ສືບ​ຕໍ່​ສົມທົບ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ເບິ່ງ​ແຍງ​ດູ​ແລ​ໃຫ້​ແກ່​ພໍ່​ແມ່​ປະຊາຊົນ​ເຂດ​ຊາຍ​ແດນ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ບັນດາ​ການ​ເຄື່ອນ​ໄຫວ​ມຸ່ງ​ໄປ​ເຖິງ​ທະ​ເລ, ໝູ່​ເກາະ, ຕອບ​ບຸນ​ແທນ​ຄຸນ​, ສົມທົບ​ກັນ​ກວດກາ​ນະ​ໂຍບາຍ​ສຳລັບ​ຜູ້​ມີ​ຄຸນງາມຄວາມດີ​ໃນ​ທົ່ວ​ປະ​ເທດ.​.​.​ ຄຽງ​ຄູ່​ກັນ​ນັ້ນ, 2 ຝ່າຍ​ຄວນ​ສືບ​ຕໍ່​ຮ່ວມ​ມື​ໂຄສະນາ​ເຜີຍ​ແຜ່​ຢ່າງ​ມີ​ປະສິດທິ​ຜົນ​ກ່ວາ​ອີກ​ໃນການຊີ້ນຳສື່​ມວນ​ຊົນ​ໂຄສະນາ​ເຫດການ 70 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ກອງທັບ​ປະຊາຊົນ ຫວຽດນາມ ​ແລະ 25 ປີ​ແຫ່ງ​ວັນ​ທົ່ວປວງຊົນປ້ອງ​ກັນ​ປະ​ເທດ, ສົມທົບ​ກັນ​ຈັດ​ຕັ້ງ​ກອງ​ປະຊຸມ​ເຂດ​ຊາຍ​ແດນ​ມິດຕະພາບ ຫວຽດນາມ - ລາວ - ກຳປູ​ເຈຍ ​ໃນ​ທ້າຍ​ປີ​ນີ້.


ຂ່າວ/ບົດ​ອື່ນ