ແນະນຳການສ້າງຕັ້ງບັນດາອົງການການເມືອງ,ສັງຄົມຢູ່ວິສາຫະກິດ
(ພາບປະກອບ: TTXVN)
(vovworld) - ທ່ານນາຍົກລັດຖະມົນຕີຫາກໍ່ມີຄຳເຫັນຊີ້ນຳກ່ຽວກັບເລື່ອງຜັນຂະຫຍາຍການປະຕິບັດມະຕິຂອງລັດຖະບານກຳນົດກ່ຽວກັບການສ້າງຕັ້ງອົງການການເມືອງ, ບັນດາອົງການການເມືອງ, ສັງຄົມຢູ່ວິສາຫະກິດຂຶ້ນກັບທຸກພາກສ່ວນເສດຖະກິດ. ລະອຽດແມ່ນ, ທ່ານນາຍົກລັດຖະມົນຕີໄດ້ມອບໃຫ້ກະຊວງພາຍໃນສືບຕໍ່ແນະນຳ, ກະຕຸກຊຸກຍູ້, ກວດກາບັນດາແຂວງ, ນະຄອນຂຶ້ນກັບສູນກາງ ຈັດຕັ້ງການປະຕິບັດມະຕິຂອງລັດຖະບານ ກຳນົດການສ້າງຕັ້ງອົງການການເມືອງ, ບັນດາອົງການການເມືອງ, ສັງຄົມ ຢູ່ວິສາຫະກິດທີ່ຂຶ້ນກັບທຸກພາກສ່ວນເສດຖະກິດ, ລາຍງານຕໍ່ນາຍົກລັດຖະມົນຕີ. ກະຊວງການເງິນມີເອກະສານແນະນຳການປະຕິບັດເພື່ອເປັນພື້ນຖານໃຫ້ບັນດາແຂວງ, ນະຄອນຂຶ້ນກັບສູນກາງ ແນະນຳວິສາຫະກິດທີ່ຂຶ້ນກັບທຸກພາກສ່ວນເສດຖະກິດປະຕິບັດ. ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນຂຶ້ນກັບສູນກາງສືບຕໍ່ໂຄສະນາ, ເຜີຍແຜ່ເນື້ອໃນຂອງມະຕິ ແລະ ບັນດາເອກະສານທີ່ກ່ຽວຂ້ອງເຖິງຂໍ້ກຳນົດການສ້າງຕັ້ງອົງການເມືອງ, ບັນດາອົງການການເມືອງ, ສັງຄົມເພື່ອໃຫ້ບັນດາເຈົ້າຂອງວິສາຫະກິດທີ່ຂຶ້ນກັບທຸກພາກສ່ວນເສດຖະກິດປະຕິບັດ.