ແນະນຳຟິມຮູບເງົາແລະປື້ມກ່ຽວກັບຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຫວຽດນາມຢູ່ຝຣັ່ງ
ການສາຍຟິມຮູບເງົາໄດ້ດຶງດູດຜູ້ຊົມຊາວ ຝຣັ່ງ ເປັນຈຳນວນ
ຫຼວງຫຼາຍ
(ພາບ: Bích Hà/Vietnam+)
|
(vovworld) – ຟິມຮູບເງົາດ້ວຍຫົວຂໍ້ວ່າ “ເລື່ອງລາວຂອງນາງລຽນ ຢູ່ເມລີງ ຫຼື ສົງຄາມ ແລະ ໂທດກຳໃນສົງຄາມ” ແລະ ປື້ມທີ່ມີຊື່ດຽວກັນຂອງນັກປະພັນ, ຜູ້ກຳກັບຊາວ ແບນຊິກ Jean – Marc Turine ຫາກໍ່ໄດ້ແນະນຳຕໍ່ມະຫາຊົນຝຣັ່ງ ໃນວັນທີ 13/4, ຢູ່ນະຄອນຫຼວງ ປາຣີ. ຟິມຮູບເງົາ ແລະ ປື້ມຫົວນີ້ມີເນື້ອໃນກ່າວປະນາມບັນດາຜົນຮ້າຍຢ້ອນຫຼັງຈາກທາດພິດສີສົ້ມ ທີ່ມີຕໍ່ຊີວິດການເປັນຢູ່ຂອງຜູ້ປະສົບເຄາະຮ້າຍ ຢູ່ ຫວຽດນາມ ນັບລ້ານຄົນໃນໄລຍະທີ່ສົງຄາມໄດ້ຜ່ານຜົ້ນໄປເປັນເວລາຫຼາຍທົດສະວັດແລ້ວ. ໃນຟິມຮູບເງົາ ກໍ່ຄືປື້ມຫົວນີ້, ຜູ້ຊົມ, ຜຸ້ອ່ານໄດ້ພົບປະກັບ ນາງ ລຽນ, ອາຍຸ 18 ປີ, ເຊິ່ງແມ່ນຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ຢູ່ເມືອງ ເມລີງ, ຊານນະຄອນ ຮ່າໂນ້ຍ, ພໍ່ຂອງນາງແມ່ນນັກຮົບຖືກຕິດທາດພິດສີສົ້ມ/ດີໂອຊີນ ໃນຊຸມເດືອນປີຕໍ່ສູ້ຢູ່ສະໜາມຮົບພາກກາງ - ໄຕງວຽນ. ຟິມຮູບເງົາກໍ່ໄດ້ສະໜອງຫຼາຍຂໍ້ມູນຂ່າວທີ່ມີລັກສະນະເອກະສານໃຫ້ແກ່ຜູ້ຊົມ.