ບັນ​ດາ​ປະ​ເທດ​ເພີ່ມ​ທະ​ວີ​ການກວດ​ພະ​ຍາດ​ເຂົ້າ​ເມືອງ ເພື່ອ​ສະ​ກັດ​ກັ້ນ ໄວ​ຣັດ ໝາກ​ສຸກ​ລິງ

(VOVWORLD) -       ບັນດາປະເທດ ອາຊີ ເພີ່ມທະວີບັນດາມາດຕະການຕິດຕາມກວດກາ, ຄວບຄຸມພະຍາດໝາກສຸກລິງ ພາຍຫຼັງທີ່ອົງການອະນາໄມໂລກ (WHO) ປະກາດສະພາວະສຸກເສີນກ່ຽວກັບສຸຂະພາບສຳລັບພະຍາດນີ້.
ບັນ​ດາ​ປະ​ເທດ​ເພີ່ມ​ທະ​ວີ​ການກວດ​ພະ​ຍາດ​ເຂົ້າ​ເມືອງ ເພື່ອ​ສະ​ກັດ​ກັ້ນ ໄວ​ຣັດ ໝາກ​ສຸກ​ລິງ - ảnh 1ພະຍາດໝກສຸກລິງ ພວມແຜ່ລາມຢູ່ ກົງໂກ (ພາບ: TTXVN) 

ຢູ່ ປາກິດສະຖານ, ວັນທີ 17 ສິງຫາ, ທ່ານນາຍົກລັດຖະມົນຕີ Shehbaz Sharif ອອກຄຳສັ່ງຕ້ອງມີມາດຕະການຢ່າງເຂັ້ມງວດເພື່ອຕິດຕາມ ແລະ ຄວບຄຸມສະພາບການແຜ່ລາມຂອງພະຍາດດັ່ງກ່າວຢູ່ປະເທດນີ້. ທ່ານນາຍົກລັດຖະມົນຕີ ປາກິດສະຖານ ກໍອອກຄຳສັ່ງຕ້ອງຮັບປະກັນວ່າກຳລັງສາທາລະນະສຸກ ຍາມໃດກໍກຽມພ້ອມເຄື່ອງກວດວິໄຈ ແລະ ອຸປະກອນປິ່ນປົວຕາມຄວາມຕ້ອງການ.

        ຢູ່ຈີນ, ເຈົ້າໜ້າທີ່ກໍໄດ້ຍູ້ແຮງບັນດາຄວາມມານະພະຍາຍາມສະກັດກັ້ນ ໄວຣັດ ໝາກສຸກລິງເຂົ້າດິນແດນປະເທດນີ້ ໃນສະພາບການຈຳນວນຜູ້ຕິດພະຍາດນີ້ໃນທົ່ວໂລກພວມເພີ່ມຂຶ້ນ. ເລີ່ມແຕ່ວັນທີ 15 ສິງຫາ, ຜູ້ເຂົ້າເມືອງ ຈີນ ທີ່ມາຈາກບັນດາປະເທດ ແລະ ພາກພື້ນ ທີ່ຢັ້ງຢືນວ່າ ມີກໍລະນີຕິດເຊື້ອນັ້ນ ຕ້ອງໄດ້ແຈ້ງໃຫ້ເຈົ້າໜ້າທີ່ຢູ່ດ່ານໄດ້ຮັບຊາບ ຫາກມີອາການ: ເປັນໄຂ້, ເຈັບຫົວ, ເຈັບຫຼັງ, ເຈັບກ້າມເນື້ອ…. ຂໍ້ກຳນົດນີ້ມີຜົນສັກສິດໃນ 6 ເດືອນ.

 

ຕອບກັບ

ຂ່າວ/ບົດ​ອື່ນ