ແຜນຮ່າງທົດລອງ ຮູບແບບການຈັດຕັ້ງ ອຳນາດການປົກຄອງ ຕົວເມືອງ

ແຜນຮ່າງທົດລອງ ຮູບແບບການຈັດຕັ້ງ ອຳນາດການປົກຄອງ ຕົວເມືອງ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: baodientuchinhphu)


Vovworld- ຕອນ​ເຊົ້າ​ວັນ​ທີ 16/5, ຢູ່​ຮ່າ​ໂນ້ຍ, ທ່ານ​ Nguyen Xuan Phuc ຮອງ​ນາຍົກລັດຖະມົນຕີ ຫວຽດນາມ, ຫົວໜ້າ​ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ສ້າງ​ແຜນ​ຮ່າງ​ທົດ​ລອງ​ຮູບ​ແບບການຈັດຕັ້ງອຳນາດການ ປົກຄອງ ຕົວເມືອງ ໄດ້ເປັນ ປະທານກອງປະຊຸມຄັ້ງທີ 1 ຂອງຄະນະຊີ້ນຳ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ​ ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ໄດ້ຊີ້ແຈ້ງວ່າ ການ​ສ້າງ​ແຜນ​ຮ່າງ​ທົດ​ລອງ​ຮູບ​ແບບການຈັດຕັ້ງອຳນາດ ການປົກຄອງຕົວເມືອງແມ່ນ ບາດກ້າວແຫ່ງ ການປະຕິບັດເອກະສານກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກ ກ່ຽວກັບອຳນາດ ການປົກຄອງທ້ອງຖິ່ນ, ພ້ອມທັລເປັນການປະຕິບັດການຊີ້ນຳຂອງຄະນະເລຂາ ສູນກາງພັກ ກ່ຽວ​ກັບ​ການ​ສ້າງ ​ແລະ ຍື່ນ​ສະ​ເໜີ​ແຜນ​ຮ່າງ​ທົດ​ລອງ​ໃນ​ປີ​ນີ້. ທ່ານ ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ​ເນັ້ນ​ໜັກ​ວ່າ ​ໃນ​ສະພາວະທີ່ ລັດຖະທຳມະນູນ​ປີ 1992 ພວມ​ໄດ້​ຮັບ​ການ​ຄົ້ນ​ຄ້ວາ​ປັບປຸງ​ນັ້ນ, ການ​ສ້າງ ​ແລະ ປະຕິບັດ​ແຜນ​ຮ່າງ​ທົດ​ລອງ​ຮູບ​ແບບການຈັດຕັ້ງອຳນາດການປົກຄອງຕົວເມືອງ ຍັງ​ແມ່ນ​ພື້ນຖານ​ແກ່​ການນຳສະ​ເໜີປັບປຸງ​ເພີ່ມ​ເຕີມ​ບັນດາ​ຂໍ້​ກຳນົດ​ໃນ​ລັດຖະທຳ​ມະນູນ​ກ່ຽວ​ກັບ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ.

    ທີ່​ກອງ​ປະຊຸມ, ບັນດາ​ສະມາຊິກ​ໃນ​ຄະນະ​ຊີ້​ນຳ​ໄດ້​ປຶກສາ​ຫາລື ​ແລະ ນຳ​ສະເໜີບັນດາ​ຄຳ​ຄິດ​ຄຳ​ເຫັນ​ທີ່​ສຳຄັນ​ເຂົ້າ​ໃນ​ແຜນ​ຮ່າງທົດ​ລອງ. ຕາມ​ນັ້ນ​ແລ​້ວ, ມີ 2 ວິທີ​ການຈັດ​ຕັ້ງ​ອຳນາດ​ການ​ປົກຄອງ​ຕົວ​ເມືອງ. ທີ່ 1 ​ແມ່ນ​ສ້າງ​ຮູບ​ແບ​ບ ການຈັດ​ຕັ້ງ​ອຳນາດ​ການ​ປົກຄອງ​ຕົວ​ເມືອງຕາມ ການ​ປົກຄອງ 3 ຂັ້ນຄື​ໃນ​ປະຈຸ​ບັນ. ທີ່ 2 ​ແມ່ນ​ປະຕິ​ຮູບ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ຢ່າງ​ແຂງ​ແຮງ, ສ້າງຮູບ​ແບບ​ອຳນາດ​ການ​ປົກຄອງ​ຕົວ​ເມືອງຕາມ​ຮູບ​ແບ​ບ​ໃໝ່​ແມ່ນ​ອຳ​ນາດ​ການ​ປົກຄອງ​ໂດຍ​ມີ​ຂັ້ນ​ 1 ​​ເປັນ​ຕົວ​ແທນ ​ແລະ ການ​ປົກຄອງ 2 ຂັ້ນ.

ຂ່າວ/ບົດ​ອື່ນ