ແລກປ່ຽນການຄ້າຫວຽດນາມ-ເມກຊິກໂກເພີ່ມຂຶ້ນແຮງ

ແລກປ່ຽນການຄ້າຫວຽດນາມ-ເມກຊິກໂກເພີ່ມຂຶ້ນແຮງ - ảnh 1
ຜະລິດ​ເຄື່ອງ​ຕ່ຳ​ແຜ່ນ​ຕັດຫຍິບໃຫ້ສົ່ງອອກ
(ພາບປະກອບ)

(vovworld) – ​ ​ແຈ້ງ​ຂ່າວ​ໃນ​ວັນ​ທີ 1/10 ຂອງ​ຫ້ອງການ​ການ​ຄ້າ​ສະຖານທູດ ຫວຽດນາມ ປະຈຳ ເມກ​ຊິກ​ໂກ ​ໃຫ້​ຮູ້​ວ່າ: ວົງ​ເງິນ​ການ​ຄ້າ 2 ສົ້ນ ຫວຽດນາມ - ເມກ​ຊິກ​ໂກ ​ໃນ 8 ​ເດືອນ​ຕົ້ນປີ 2015 ບັນລຸ​ກ່ວາ 1,3 ຕື້ USD, ​ເພີ່ມ​ຂຶ້ນ 51 % ​ເມື່ອ​ທຽບ​ໃສ່​​ໄລຍະ​ດຽວ​ກັນ​ຂອງປີ 2014, ​ໃນ​ນັ້ນ ຕົ້ນຕໍ​ແມ່ນ​ເພີ່ມ​ປະລິມານ​ສິນຄ້າ ຫວຽດນາມ ​ນຳເຂົ້າ​ຕະຫລາດ ເມກ​ຊິກ​ໂກ. ຕາມທ່ານທີ່​ປຶກສາດ້ານການ​ຄ້າ ຮ່ວາງຕ້ວນຫວຽດ, ​ໃນ 8 ​ເດືອນ​ຕົ້ນ​ປີ 2015, ການ​ສົ່ງ​ອອກ​ຂອງ ຫວຽດນາມ ​ເຕີບ​ໂຕສ່ວນ​ຫລາຍແມ່ນ​ສຸມ​ໃສ່ 7 ໝວດ​ຕົ້ນຕໍ ​ເຊັ່ນ: ​ໂທລະສັບ, ​ເກີບ​ປະ​ເພດ​ຕ່າງໆ, ຄອມ​ພິວ​ເຕີ, ຜະລິດ​ຕະພັນ ​ເອ​​ເລັກ​ໂຕ​ນິກ, ​ເຄື່ອງ​ຕ່ຳ​ແຜ່ນ​ຕັດຫຍິບ, ພາຫະ​ນະ​ຂົນ​ສົ່ງ, ​ເຄື່ອງ​ອາ​ໄຫຼ ​ແລະ ສິນ​ໃນ​ນ້ຳ.

           ປີ 2014 ວົງ​ເງິນ​ນຳ​ເຂົ້າ​ລະຫວ່າງ ຫວຽດນາມ - ເມກ​ຊິກ​ໂກ​ ​ໄດ້​ຂຶ້ນ​ເຖິງ 2,26 ຕື້ USD, ​ເພີ່ມ​ຂຶ້ນ​ເກືອບ 40% ​ເມື່ອ​ທຽບ​ໃສ່ 1,62 ຕື້ USD ຂອງ​ປີ 2013.

ຂ່າວ/ບົດ​ອື່ນ