(vovworld) - ໂດຍໄດ້ຮັບຄຳເຊີນຂອງພັກກອມມູນິດຍີ່ປຸ່ນ, ຄະນະຜູ້ແທນພັກກອມມູນິດຫວຽດນາມ, ໂດຍທ່ານ ດິງເທ໋ຮີນ, ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງ, ປະທານສະພາທິດສະດີສູນກາງພັກກອມມູນິດຫວຽດນາມ ນຳໜ້າໄດ້ໄປຢ້ຽມຢາມຍີ່ປຸ່ນ ແລະ ເຂົ້າຮ່ວມການແລກປ່ຽນທິດສະດີຄັ້ງທີ 5 ລະຫວ່າງ 2 ພັກ ດ້ວຍຫົວຂໍ້ວ່າ “ການພັດທະນາທິດສະດີກ່ຽວກັບລັດທິສັງຄົມນິຍົມໃນສະພາບການໃໝ່ - ບາງບົດຮຽນເບື້ອງຕົ້ນຂອງພັກກອມມູນິດຍີ່ປຸ່ນ ແລະ ພັກກອມມູນິດຫວຽດນາມ”. ຕອນບ່າຍວັນທີ 16/12, ຢູ່ໂຕກຽວ, ຄະນະຜູ້ແທນພັກກອມມູນິດຫວຽດນາມ ແລະ ຄະນະຜູ້ແທນພັກກອມມູນິດຍີ່ປຸ່ນ ໂດຍທ່ານ Fuwa Tetsuzo, ອະດີດປະທານພັກ, ກຳມະການປະຈຳຄະນະບໍລິຫານງານສູນກາງພັກ, ຫົວໜ້າສະຖາບັນວິທະຍາສາດສັງຄົມຂອງພັກ ດຳເນີນວາລະປະຊຸມຄັ້ງທຳອິດໃນຂອບເຂດການແລກປ່ຽນທິດສະດີ. ຢູ່ທີ່ນີ້, ທ່ານ ດິງເທ໋ຮີນ ໄດ້ມີບົດກ່າວປາໄສທີ່ສຳຄັນ, ຊິ່ງເນັ້ນໜັກວ່າ ພັກກອມມູນິດຫວຽດນາມ ສືບຕໍ່ສ້າງທິດສະດີກ່ຽວກັບການກໍ່ສ້າງລັດທິສັງຄົມນິຍົມຢູ່ຫວຽດນາມ ແທດເໝາະກັບຈຸດພິເສດຂອງປະເທດຊາດ ແລະ ທ່າອ່ຽງພັດທະນາຂອງໂລກໃຫ້ສົມບູນແບບ. ທ່ານດິງເທ໋ຮີນ ກໍ່ຊີ້ແຈ້ງບາງມາດຕະການຕົວຈິງ ແລະ ບົດຮຽນໃນເບື້ອງຕົ້ນຂອງຫວຽດນາມ ໃນກິດຈະການປ່ຽນໃໝ່ສັງຄົມນິຍົມ ພາຍໃຕ້ການຊີ້ນຳ ນຳພາຂອງພັກກອມມູນິດຫວຽດນາມ ໃນເກືອບ 30 ປີຜ່ານມາ. ການແລກປ່ຽນທິດສະດີຄັ້ງທີ 5 ລະຫວ່າງ 2 ພັກຄາດວ່າຈະດຳເນີນໃນວັນທີ 18/12 ຈະມາເຖິງ.