ແອັດສະປາຍມີລັດຖະບານພັນທະມິດທຳອິດໃນຫຼາຍທົດສະວັດ

(VOVWORLD) -ວັນທີ 08 ມັງກອນ, ທ່ານນາຍົກລັດຖະມົນຕີແອັດສະປາຍ Pedro Sanchez ໄດ້ເຂົ້າຮ່ວມພິທີສາບານຕົວຮັບດຳລົງຕຳແໜ່ງອາຍຸການທີ 2 ຕໍ່ໜ້າເຈົ້າຊີວິດ Felipe VI, ກາຍເປັນຜູ້ນຳໜ້າຄົນທຳອິດໃນລັດຖະບານພັນທະມິດຢູ່ປະເທດນີ້ນັບແຕ່ປີ 1975 ເປັນຕົ້ນມາ.

ແອັດສະປາຍມີລັດຖະບານພັນທະມິດທຳອິດໃນຫຼາຍທົດສະວັດ - ảnh 1ທ່ານນາຍົກລັດຖະມົນຕີແອັດສະປາຍ Pedro Sanchez

(ພາບ: AFP/TTXVN)

ທ່ານ Pedro Sanchez ຮັບດຳລົງຕຳແໜ່ງພາຍຫຼັງຜ່ານການປ່ອນບັດໄວ້ວາງໃຈຄັ້ງທີ 2 ຢູ່ສະພາແຫ່ງຊາດ ເປັນເວລາ 1 ວັນ, ຜ່ານນັ້ນໄດ້ຢຸດຕິສະພາບການດ້ານການເມືອງທີ່ບໍ່ມີທາງອອກເຊິ່ງແກ່ຍາວເປັນເວລາຫຼາຍເດືອນຜ່ານມາ. ທ່ານຈະຊີ້ນຳນຳພາລັດຖະບານສ່ວນໜ້ອຍ, ໃນພັນທະມິດກັບພັກຝ່າຍຊ້າຍ Podemos.

          ບັນດາແຫຼ່ງຂ່າວຈາກພັກສັງຄົມໃຫ້ຮູ້ວ່າ, ທ່ານນາຍົກລັດຖະມົນຕີ Pedro Sanchez ຈະສຸມໃສ່ເຂົ້າໃນການປັບປຸງລັດຖະບານໃໝ່ ແລະ ຄາດວ່າ, ອາທິດຈະມາເຖິງນີ້ທ່ານຈະແຈ້ງໃຫ້ຊາບກ່ຽວກັບທິດທາງໜ້າທີ່ໃນອາຍຸການໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ