ແຮງງານ ຫວຽດນາມ ໄປເຮັດວຽກຢູ່ຕ່າງປະເທດບັນລຸເກືອບ 71% ແຜນການຂອງປີ

(VOVWORLD) - ແຮງງານ ຫວຽດນາມ ໄປເຮັດວຽກຢູ່ຕ່າງປະເທດຕາມສັນຍາໃນ 7 ເດືອນຂອງປີ 2024 ສືບຕໍ່ສຸມໃສ່ບັນດາຕະຫຼາດທີ່ເປັນມູນເຊື້ອເປັນຕົ້ນ, ຄື: ຍີ່ປຸ່ນ, ໄຕ້ຫວັນ (ຈີນ), ສ.ເກົາຫຼີ, ສິງກະໂປ, ໄທ…
ແຮງງານ ຫວຽດນາມ ໄປເຮັດວຽກຢູ່ຕ່າງປະເທດບັນລຸເກືອບ 71% ແຜນການຂອງປີ - ảnh 1

        ໃນ 7 ເດືອນຕົ້ນປີ 2024, ຈຳນວນຜູ້ອອກແຮງງານຊາວ ຫວຽດນາມ ໄປເຮັດວຽກຕາມສັນຍາຢູ່ຕ່າງປະເທດແມ່ນກວ່າ 89.800 ຄົນ, ບັນລຸເກືອບ 71,89% ແຜນການຂອງປີ. ນີ້ແມ່ນຂໍ້ມູນໂດຍກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ປະກາດໃນວັນທີ 06 ສິງຫາ.

        ຕາມກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ແລ້ວ, ແຮງງານ ຫວຽດນາມ ໄປເຮັດວຽກຢູ່ຕ່າງປະເທດຕາມສັນຍາໃນ 7 ເດືອນຂອງປີ 2024 ສືບຕໍ່ສຸມໃສ່ບັນດາຕະຫຼາດທີ່ເປັນມູນເຊື້ອເປັນຕົ້ນ, ຄື: ຍີ່ປຸ່ນ, ໄຕ້ຫວັນ (ຈີນ), ສ.ເກົາຫຼີ, ສິງກະໂປ, ໄທ… ເຖິງຢ່າງໃດກໍ່ຕາມ, ມີຕະຫຼາດຫາກໍ່ພົ້ນເດັ່ນຈຳນວນໜຶ່ງກໍ່ພວມເພີ່ມທະວີການຮັບແຮງງານ ຫວຽດນາມ. ທ່ານ ຟ້າມວຽດເຮືອງ, ຮອງຫົວໜ້າກົມຄຸ້ມຄອງແຮງງານຢູ່ຕ່າງປະເທດ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ, ໃຫ້ຮູ້ວ່າ:

        “ນອກຈາກ 3 ຕະຫຼາດທີ່ຍັງກວມເອົາອັດຕາສ່ວນສູງ (ກວ່າ 90%) ໃນ 2 3 ປີມານີ້ເຊິ່ງແມ່ນ ຍີ່ປຸ່ນ, ໄຕ້ຫວັນ (ຈີນ) ແລະ ສ.ເກົາຫຼີ  ແລ້ວ, ຫວຽດນາມ ພວມເປີດກວ້າງອອກສູ່ບັນດາຕະຫຼາດອື່ນ, ພິເສດແມ່ນບັນດາປະເທດ ເອີລົບ. ນອກນັ້ນ, ບັນດາວິສາຫະກິດກໍ່ພວມສຳຜັດກັບຕະຫຼາດທີ່ມີທ່າອ່ຽງມີອັດຕາພົນລະເມືອງໃນເກນອາຍຸສູງຫຼາຍເກີນໄປ ທີ່ພວມມີຄວາມຕ້ອງການຮັບເອົາຄົນງານຕ່າງປະເທດ”.

        ຕາມແຜນການຂອງກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມແລ້ວ, ປີ 2024 ນີ້, ຈຳນວນຜູ້ອອກແຮງງານ ຫວຽດນາມ ໄດ້ສົ່ງໄປເຮັດວຽກຢູ່ຕ່າງປະເທດຕາມສັນຍາແມ່ນ 125.000 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ