ໂຄວິດ-19: ນຳສົ່ງພົນລະເມືອງ ຫວຽດນາມ ຈາກຫລາຍປະເທດໃນໂລກກັບມາປະເທດ

(VOVWORLD) - ວັນທີ 25 ກໍລະກົດ, ບັນດາອົງການເຈົ້າໜ້າທີ່ ຫວຽດນາມ, ສະຖານທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ແລະ ບໍລິສັດການບິນແຫ່ງຊາດ ຫວຽດນາມ ໄດ້ສົມທົບກັບບັນດາອົງການເຈົ້າໜ້າທີ່ ຍີ່ປຸ່ນ ນຳສົ່ງພົນລະເມືອງ ຫວຽດນາມ 190 ຄົນຈາກ ຍີ່ປູ່ນ ກັບມາປະເທດຢ່າງປອດໄພ.

ກ່ອນໜ້ານັ້ນ, ໃນລະຫວ່າງວັນທີ 24  ແລະ 25 ກໍລະກົດ, ບັນດາອົງການເຈົ້າໜ້າທີ່ ຫວຽດນາມ, ສະຖານທູດ ຫວຽດນາມ ປະຈຳ ການາດາ ແລະ ບໍລິສັດການບິນແຫ່ງຊາດ ຫວຽດນາມ ໄດ້ສົມທົບກັບບັນດາອົງການເຈົ້າໜ້າທີ່ ການາດາ ນຳສົ່ງພົນລະເມືອງ ຫວຽດນາມ 340 ຄົນ ຈາກ ໂຕໂຣນໂຕ ກັບມາປະເທດຢ່າງປອດໄພ.

ວັນທີ 25 ກໍລະກົດ, ບັນດາອົງການເຈົ້າໜ້າທີ່ ຫວຽດນາມ, ສະຖານທູດ ຫວຽດນາມ ປະຈຳ ສິງກະໂປ ແລະ ບໍລິສັດການບິນ VietJet ໄດ້ສົມທົບກັບບັນດາອົງການເຈົ້າໜ້າທີ່ ສິງກະໂປ ນຳສົ່ງພົນລະເມືອງ ຫວຽດນາມ 240 ຄົນຈາກ ສິງກະໂປ ກັບມາປະເທດຢ່າງປອດໄພ, ໃນນັ້ນ ມີເດັກນ້ອຍອາຍຸຕ່ຳກ່ວາ 18 ປີ, ຜູ້ອາຍຸສູງ, ຄົນໄປທ່ອງທ່ຽວ ແລະ ຜ່ານແດນຈາກບັນດາປະເທດອື່ນຖືກຕົກຄ້າງ. ພາຍຫລັງຍົນລົງຈອດຢູ່ສະໜາມບິນ ເຕິນເຊີນເຍິດ ແລ້ວ, ບັນດາຜູ້ເຂົ້າຮ່ວມຖ້ຽວບິນໄດ້ຮັບການກວດສຸຂະພາບ ແລະ ປະຕິບັດການແຍກຕົວຖືກຕາມການກຳນົດ.

ຕອບກັບ

ຂ່າວ/ບົດ​ອື່ນ