ໂຄສົກກະຊວງການຕ່າງປະເທດຫວຽດນາມອອກຖະແຫຼງການກ່ຽວກັບປະທານາທິບໍດີໄດ້ຮັບໄຊຊະນະຂອງອາເມລິກາ

ໂຄສົກກະຊວງການຕ່າງປະເທດຫວຽດນາມອອກຖະແຫຼງການກ່ຽວກັບປະທານາທິບໍດີໄດ້ຮັບໄຊຊະນະຂອງອາເມລິກາ - ảnh 1
(ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ເລ​ຫາຍ​ບິ່ງ)

(vovworld) - ​​​ ​​ ​ວັນ​ທີ 10/11, ເມື່ອ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ໃຫ້​ຮູ້​ກ່ຽວ​ກັບ​ປະ​ຕິ​ກິ​ລິ​ຍາ​ຂອ​ງ​ຫວຽດ​ນາມ ຕໍ່​ເລື່ອງ​ທ່ານ Donald Trump ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ເລ​ຫາຍ​ບິ່ງ ໃຫ້​ຮູ້​ວ່າ: ເນື່ອງ​ໃນ​ໂອ​ກາດ​ທ່ານ Donald Trump ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ, ວັນ​ທີ 09/11/2016, ທ່ານ​ປະ​ທານ​ປະ​ເທດ ເຈ​ີນ​ດ້າຍກວາງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ​ ຫງວຽນ​ຊວນ​ຟຸກ ໄດ້​ສົ່ງ​ໂທ​ລະ​ເລກ​ຊົມ​ເຊີຍ. ໃນ​ໂທ​ລະ​ເລກ​ມີ​ຕອນ​ຂຽນ​ວ່າ “ຍາມ​ໃດ​ຫວຽດ​ນາມ ກ​ໍ​ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ກັບ​ອາ​ເມ​ລິ​ກາ ແລະ ປາດ​ຖະ​ໜາ​ວ່າ 2 ປະ​ເທດ​ຈະ​ສືບ​ຕໍ່​ຊຸກ​ຍູ້, ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ຢ່າງ​ເລິກ​ເຊິ່ງກວ່າ ຕາມ​ທິດ​ແທດ​ຈິງ, ໝັ້ນ​​ຄົງ, ຍາວ​ນານ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ, ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຊີ ແລະ ການ​ສຶກ​ສາ - ບຳ​ລຸງ​ສ້າງ, ການ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ກໍ​ຄື​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ພາກ​ພື້ນ ແລະ ສາ​ກົນ”.

ຂ່າວ/ບົດ​ອື່ນ