ໂຄສະນາສິ່ງຍອດຍິ່ງ ຂອງໝູ່ບ້ານອາຊີບມູນເຊື້ອ ຫວຽດນາມ

ໂຄສະນາສິ່ງຍອດຍິ່ງ ຂອງໝູ່ບ້ານອາຊີບມູນເຊື້ອ ຫວຽດນາມ - ảnh 1

ການ​ປະຊຸມ​ຂ່າວ​ກ່ຽວ​ກັບ​ງານ​ມະ​ໂຫລານ

 (ພາບ: http://hanoitv.vn  )

(vovworld) –​​​​​ງານ​ມະ​ໂຫລານ​ທ່ອງ​ທ່ຽວ​ໝູ່​ບ້ານ​ອາຊີບ​ຮ່​າ​ໂນ້ຍ 2014 ຈະ​ຖືກ​ຈັດ​ຂຶ້ນ​ແຕ່​ວັນ​ທີ 9-12/10 ຢູ່ຮ່າ​ໂນ້ຍ ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ຫົວໜ່ວຍ​ເກືອບ 200 ​ແຫ່ງ​ຂອງ​ຮ່າ​ໂນ້ຍ ພ້ອມ​ກັບ​ທ້ອງ​ຖິ່ນ​ຕ່າງໆ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ ດ້ວຍ​ຮ້ານ​ວາງສະ​ແດງ​ເກືອບ 200 ຮ້ານ. ງານ​ມະ​ໂຫລານຈະ​ໄດ້​ແບ່ງ​ເປັນ 9 ​ເຂດ, ລວມມີ: ​ເຂດ​ໝູ່​ບ້ານ​ອາຊີບ​ມູນ​ເຊື້ອ​ຂອງ​ຮ່າ​ໂນ້ຍ, ​ເຂດ​ວາງສະ​ແດງ​ຂອງ​ພະ​ແນ​ກວັດ ທະນະທຳ, ກິລາ, ທ່ອງ​ທ່ຽວ​ບັນດາ​ແຂວງ ​ແລະ ໝູ່​ບ້ານ​ອາຊີບ​ພາຍ​ໃນ​ປະ​ເທດ, ​ເຂດ​ອາຫານ​ການ​ກິນ, ​ເຂດ​ວາງສະ​ແດງ​ທ່ອງ​ທ່ຽວ, ​ເຂດ​ລະ​ຫຼີ້ນພື້ນ​ເມືອງ…​ນອກຈາກນັ້ນ​ແລ້ວ, ຄະນະ​ຈັດຕັ້ງກໍ່​ຈັດການ​ສະ​ແດງ​ສິລະ​ປະ, ການ​ລະ​ຫຼີ້ນພື້ນ​ເມືອງ, ສະ​ແດງ​ມວຍ​ພື້ນ​ເມືອງ…​ພິ​ເສດ, ​ໃນ​ໄລຍະ​ຈັດ​ງານ​ມະ​ໂຫລານ, ບັນດາ​ວິ​ສາ​ຫະກິດຈະ​ຫລຸດ​ລາຄາ​ລາຍການ​ທ່ອງ​ທ່ຽວ ​ເພື່ອ​ປະຕິບັດ​ຂະ​ບວນການ​ສົ່ງ​ເສີມ​ການທ່ອງທ່ຽວ​ພາຍ​ໃນ./.

ຂ່າວ/ບົດ​ອື່ນ