ໂປໂລຍ ຮຽກຮ້ອງລົງໂທດຜະລິດຕະພັນກະເສດຂອງ ລັດເຊຍ

(VOVWORLD) - ອີຢູ ໄດ້ຈັດວາງບັນດາຄຳສັ່ງລົງໂທດສຳລັບ ມົດສະກູ ແຕ່ຍັງບໍ່ທັນມີມາດຕະການຈຳກັດສຳລັບບັນດາຜະລິດຕະພັນກະເສດຈາກ ລັດເຊຍ ຍ້ອນໄດ້ສົ່ງໄພນາບຂູ່ຕໍ່ຄວາມໝັ້ນຄົງດ້ານທັນຍາຫານທົ່ວໂລກ.
ໂປໂລຍ ຮຽກຮ້ອງລົງໂທດຜະລິດຕະພັນກະເສດຂອງ ລັດເຊຍ - ảnh 1(ພາບປະກອບ)

ວັນທີ 06 ພຶດສະພາ, ໂປໂລຍ ໄດ້ຮຽກຮ້ອງໃຫ້ສະຫະພາບເອີລົບ (ອີຢູ) ລົງໂທດບັນດາຜະລິດຕະພັນກະເສດຂອງ ລັດເຊຍ ສົ່ງເຂົ້າກຸ່ມນີ້ໂດຍທັນທີ. ນັບແຕ່ເມື່ອເກີດການປະທະກັນດ້ານການທະຫານລະຫວ່າງ ລັດເຊຍ - ຢູແກຼນ (ເດືອນ ກຸມພາ 2022), ອີຢູ ໄດ້ຈັດວາງບັນດາຄຳສັ່ງລົງໂທດສຳລັບ ມົດສະກູ ແຕ່ຍັງບໍ່ທັນມີມາດຕະການຈຳກັດສຳລັບບັນດາຜະລິດຕະພັນກະເສດຈາກ ລັດເຊຍ ຍ້ອນໄດ້ສົ່ງໄພນາບຂູ່ຕໍ່ຄວາມໝັ້ນຄົງດ້ານທັນຍາຫານທົ່ວໂລກ. ຄາດວ່າ, ບັນດານັກການທຸດ ອີຢູ ຈະປຶກສາຫາລືກ່ຽວກັບຮອບລົງໂທດທີ 11 ສຳລັບ ລັດເຊຍ ໃນອາທິດຈະມາເຖິງ.

ຂໍ້ສະເໜີກ່ຽວກັບບັນດາມາດຕະການລົງໂທດ ທີ່ບໍ່ເຄີຍມີມາກ່ອນສຳລັບບັນດາຜະລິດຕະພັນສະບຽງອາຫານຈາກ ລັດເຊຍ ໄດ້ຍົກອອກມາພາຍຫຼັງທີ່ Warsaw ມີມາດຕະການຈຳກັດການນຳເຂົ້າທັນຍາຫານຈາກ ຢູແກຼນ ເຂົ້າ ໂປໂລຍ ແລະ ບັນດາປະເທດ ອີຢູ ອື່ນ.

ຕອບກັບ

ຂ່າວ/ບົດ​ອື່ນ