ໂຮນລັງແລະຈີນເພີ່ມທະວີການພົວພັນ

ໂຮນລັງແລະຈີນເພີ່ມທະວີການພົວພັນ - ảnh 1
ເຈົ້າ​ຊີວິດ ​ໂຮ​ນລັງ Willem – Alexander ຕ້ອນຮັບ ທ່ານ​ປະທານ​ປະ​ເທດ ​ຈີນ ສື້ຈີ້​ນຜິ​ງ (ເບື້ອງຊ້າຍ)
(ພາບ: ສຳນັກຂ່າວສານຊິນຮວາ/TTXVN)

(vovworld) – ວັນ​ທີ 22/3, ທ່ານ​ປະທານ​ປະ​ເທດ ​ຈີນ ສື້ຈີ້​ນຜິ​ງ ​​ໄດ້​​ເຂົ້າ​ຢ້ຽມ​ຂຳ່ນັບ​ເຈົ້າ​ຊີວິດ ​ໂຮ​ນລັງ Willem – Alexander ຢູ່​ນະຄອນຫຼວງ Amsterdam ​ໃນ​ການ​ຢ້ຽມຢາມ​ຄັ້ງ​ທຳ​ອິດຂອງ​ປະທານ​ປະ​ເທດ ຈີນ ຜູ້​ໜຶ່ງ​ໄປ​ຍັງ​ປະ​ເທດ ​ເອີ​ລົບ, ນັບ​ແຕ່ 2 ປະ​ເທດ​ສ້າງ​ຕັ້ງ​ສາ​ຍພົວພັນ​ທາງ​ການ​ທູດ. ເຈົ້າ​ຊີວິດ ​ໂຮ​ນລັງ Willem – Alexander ຕີ​ລາຄາ​ສູງ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ, ພ້ອມ​ທັງ​ສະ​ແດງ​ຄວາມ​ປາດ​ຖະໜາ​ວ່າ ​ໂຮ​ນລັງ ຈະ​ແມ່ນ​ຄູ່​ຮ່ວມ​ມື​ທີ່​ດີ​ຂອງ ຈີນ ຜ່ານ​ການ​ເພີ່ມ​ທະວີ​ແລກປ່ຽນ​ວັດທະນະທຳ ​ແລະ ການ​ຮ່ວມ​ມື​ແທດ​ຈິງ​ໃນ​ຫຼາຍ​ຂົງ​ເຂດ. ສ່ວນ​ການ​ນຳ ຈີນ ​ເນັ້ນ​ໜັກ​ວ່າ: ການ​ພົວພັນ​ຮ່ວມ​ມື​ກັບ ​ໂຮ​ນລັງ ຍາມ​ໃດ​ກໍ່​ນຳ​ໜ້າ​ໃນ​ການ​ຮ່ວມ​ມື​ຂອງ ຈີນ ກັບ​ບັນດາ​ປະ​ເທດ ​ເອີ​ລົບ. ທ່ານ ສື​ຈີ້​ນຜິ​ງ ​ໃຫ້​ຮູ້​ວ່າ: ພ້ອມ​​ແລ້ວ​ທີ່​ຈະ​ແລກປ່ຽນ​ກັບ​ບັນດາ​ການ​ນຳ ​ໂຮ​ນລັງ ກ່ຽວ​ກັບ​ການ​ກຳນົດ​ທິດ​ອະນາຄົດ​ຂອງ​ການ​ພັດທະນາ​ການ​ພົວພັນ 2 ຝ່າຍ, ປະ​ກອບ​ສ່ວນຮນຳ​ການ​ພົວພັນ​ຂອງ 2 ປະ​ເທດ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່ ​ແລະ ຊຸກຍູ້​ການ​ພົວພັນ​ລະຫວ່າງ ຈີນ ​ແລະ ​ເອີ​ລົບ ຍິ່ງກ່ວາ​ອີກ. ທີ່​ການ​ເຈລະຈາ, ທ່ານ ສື້ຈີ້​ນຜິ​ງ ​ແລະ ​ເຈົ້າ​ຊີວິດ ​ໂຮ​ນລັງ ກໍ່​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ດ້ານ​ການ​ເງິນ ​ແລະ ຕ້ານ​ກໍ່​ການ​ຮ້າຍ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ເພີ່ມ​ທະວີ​ການ​ພົວພັນ​ເພື່ອ​ພ້ອມ​ກັນ​ຮັບ​ມື​ຕໍ່ກັບ​ບັນດາສິ່ງ​ທ້າ​ທາຍ​ທົ່ວ​ໂລກ.

 




ຂ່າວ/ບົດ​ອື່ນ