ໄຂ “Festival ຜະລິດຕະພັນກະເສດ ຫວຽດນາມ ຫວິງລອງ ປິ 2023”

(VOVWORLD) - Festival ແມ່ນຂົວເຊື່ອມຕໍ່, ໜູນຊ່ວຍຕັ້ງໜ້າໃຫ້ແກ່ແຂວງ ຫວີງລອງ ເວົ້າສະເພາະ ແລະ ບັນດາແຂວງ, ນະຄອນ ໃນຂອບເຂດທົ່ວປະເທດເວົ້າລວມໄດ້ແນະນຳ, ເຊີດຊູຄຸນຄ່າອາຊີບທີ່ເປັນມູນເຊື້ອ
ໄຂ “Festival ຜະລິດຕະພັນກະເສດ ຫວຽດນາມ ຫວິງລອງ ປິ 2023” - ảnh 1Festival ຜະລິດຕະພັນກະເສດ ຫວຽດນາມ - ຫວິງລອງ ປີ 2023

ຕອນຄ່ຳວັນທີ 11 ກັນຍາ, ຢູ່ນະຄອນ ຫວິງລອງ, ໄຂ “Festival ຜະລິດຕະພັນກະເສດ ຫວຽດນາມ - ຫວິງລອງ ປີ 2023”. Festival ຄັ້ງນີ້ມີຮ້ານວາງສະແດງກ່ວາ 300 ຮ້ານຂອງບັນດາວິສາຫະກິດທີ່ເຂົ້າຮ່ວມ.

        Festival ແມ່ນຂົວເຊື່ອມຕໍ່, ໜູນຊ່ວຍຕັ້ງໜ້າໃຫ້ແກ່ແຂວງ ຫວີງລອງ ເວົ້າສະເພາະ ແລະ ບັນດາແຂວງ, ນະຄອນ ໃນຂອບເຂດທົ່ວປະເທດເວົ້າລວມໄດ້ແນະນຳ, ເຊີດຊູຄຸນຄ່າອາຊີບທີ່ເປັນມູນເຊື້ອ, ພິເສດແມ່ນບັນດາຜົນສຳເລັດແຫ່ງການພັດທະນາຊົນນະບົດໃໝ່ຂອງບັນດາທ້ອງຖິ່ນໃນໄລຍະປ່ຽນແປງໃໝ່ ແລະ ເຊື່ອມໂຍງ. ກ່າວຄຳເຫັນນະທີ່ນີ້, ທ່ານນາງ ກາວຊວນທູເວີນ, ຮອງປະທານຄະນະບໍລິຫານງານສູນກາງ ສະມາຄົມຊາວກະສິກອນ ຫວຽດນາມ, ໃຫ້ຮູ້ວ່າ:

        Festival ຜະລິດຕະພັນກະເສດ ຫວຽດນາມ - ຫວິງລອງ ປີ 2023 ແມ່ນໂອກາດສຳຄັນເພື່ອໃຫ້ບັນດາແຂວງ, ນະຄອນ ຍູ້ແຮງການເຄື່ອນໄຫວສົ່ງເສີມການຄ້າ, ໂຄສະນາ, ແນະນຳ, ເຊື່ອມຕໍ່ຕະຫຼາດບໍລິໂພກອຸປະໂພກຜະລິດຕະພັນກະເສດທ້ອງຖິ່ນໃນຕະຫຼາດພາຍໃນ ແລະ ຕ່າງປະເທດ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ບັນດາແຂວງ, ນະຄອນໃນທົ່ວປະເທດ ແລະ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ຮັບຮູ້ໄດ້ເຖິງສິ່ງທ້າທາຍ, ຮີບເຮັ່ງຈັດສັນເຂດວັດຖຸດິບ, ລົງທະບຽນລະຫັດເຂດປູກ ແລະ ພາຊາວກະສິກອນ ມຸ່ງໄປເຖິງການປູກຝັງຕາມທິດຍືນຍົງ, ຕອບສະໜອງບັນດາມາດຖານການສົ່ງອອກທີ່ນັບມື້ນັບສູງ”

 

ຕອບກັບ

ຂ່າວ/ບົດ​ອື່ນ