ໄຂ​ “ງານ​ຕະຫຼາດ​ນັດ​ກະ​ສິກ​ຳ ສາ​ກົນ ຫວຽດ​ນາມ ປີ 2020 ” ຢູ່​ເກິ່ນ​ເທີ

(VOVWORLD) - ຕອນເຊົ້າວັນທີ 11 ພະຈິກ, ຢູ່ສູນສົ່ງເສີມການລົງທຶນ - ການຄ້າ ແລະ ງານຕະຫຼາດນັດວາງສະແດງ ເກິ່ນເທີ ໄດ້ດຳເນີນພິທີໄຂ “ງານຕະຫຼາດນັດກະສິກຳ ສາກົນ ຫວຽດນາມ 2020”.
ໄຂ​ “ງານ​ຕະຫຼາດ​ນັດ​ກະ​ສິກ​ຳ ສາ​ກົນ ຫວຽດ​ນາມ ປີ 2020 ” ຢູ່​ເກິ່ນ​ເທີ - ảnh 1ຮ້ານວາງຂາຍເຂົ້າສານ ຕາມມາດຕະຖານ VietGap ດຶງດູດແຂກທ່ອງທ່ຽວມາຢ້ຽມຊົມ

ງານຕະຫຼາດນັດສາມາດດຶງດູດ 250 ຮ້ານວາງຂາຍສິນຄ້າ ຂອງ ຫົວໜ່ວຍ, ວິສາຫະກິດ ທັງຢູ່ພາຍໃນ ແລະ ຕ່າງປະເທດ 100 ແຫ່ງເຂົ້າຮ່ວມ, ໃນນັ້ນມີບັນດາຜູ້ແທນມາຈາກບັນດາປະເທດ ຍີ່ປຸ່ນ, ສ.ເກົາຫຼີ, ອິດສະລາແອັນ, ອິນເດຍ…

ງານຕະຫຼາດນັດໄດ້ຈັດຕັ້ງປະຈຳປີຢູ່ນະຄອນເກິ່ນເທີ ມີຄວາມໝາຍສຳຄັນ ແລະ ແທດຈິງ ໃນການຍູ້ແຮງການສະໜິດຕິດພັນລະຫວ່າງການຄົ້ນຄ້ວາວິທະຍາສາດ ແລະ ການຜະລິດ, ດຳເນີນທຸລະກິດ, ລະຫວ່າງບັນດາຫົວໜ່ວຍ - ທ້ອງຖິ່ນ, ບັນດາວິສາຫະກິດ - ຜູ້ບໍລິໂພກອຸປະໂພກ ພ້ອມກັບບັນດານັກລົງທຶນໄດ້ພົບປະ, ແລກປ່ຽນປະສົບການ, ຖ່າຍທອດເຕັກໂນໂລຢີ, ເປີດກ້ວາງການຮ່ວມມືດຳເນີນທຸລະກິດ… ຜ່ານນັ້ນ, ປະກອບສ່ວນເຂົ້າໃນການໜູນຊ່ວຍບັນດາວິສາຫະກິດທີ່ມີໂອກາດຊອກຫາລູກຄ້າທີ່ມີຄວາມສາມາດບົ່ມຊ້ອນ, ຊ່ວຍໃຫ້ວິສາຫະກິດມີການສັງເກດ, ຕີລາຄາຢ່າງຖືກຕ້ອງກັບທ່າອ່ຽງຂອງຕະຫຼາດ. “ງານຕະຫຼາດນັດກະສິກຳ ສາກົນ ຫວຽດນາມ 2020 ” ຈະດຳເນີນໄປຮອດວັນທີ 15 ພະຈິກ.

ຕອບກັບ

ຂ່າວ/ບົດ​ອື່ນ