ໄຂກອງປະຊຸມ CG 2011 ຢູ່ຮ່າໂນ້ຍ

    ຕອນ​ເຊົ້າວັນ​ທີ 6/12, ຢູ່​ຮ່າ​ໂນ້ຍ, ​​ໄດ້​ໄຂ​ກອງ​ປະຊຸມ​ກຸ່ມ​ທີ່​ປຶກສາ​ບັນດາ​ນັກ​ອຸປະຖຳ​ໃຫ້​ແກ່​ຫວຽດນາມ​ປີ 2011 ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງທ່ານ​ນາຍົກລັດຖະມົນຕີຫວຽດນາມ​ຫງວຽນ​ເຕີນ​ຢູງ, ທ່ານ​ຜູ້ອຳນວຍການ​ແຫ່ງ​ຊາດ, ທະນາຄານ​ໂລກ​ປະຈຳ​ຫວຽດນາມ Vichtoria Kwakwa, ຜູ້ຕາງໜ້າ​ບັນດາ​ກະຊວງ, ຂະ​ແໜງ​ການ, ບັນດາ​ທ່ານ​ເອກ​ອັກຄະ​ລັດຖະທູດ, ຜູ້ຕາງໜ້າ​ບັນດາ​ອົງການ​ຈັດຕັ້ງສາກົນ, ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຢູ່​ຫວຽດນາມ.

   ດ້ວຍ​ຫົວ​ເລື່ອງ “ຊຸກຍູ້​ການ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່ ​ແລະ​ຫລຸດຜ່ອນ​ຄວາມທຸກ​ຍາກ” ນັ້ນ, ກອງ​ປະຊຸມ​ໄດ້​ສຸມ​ໃສ່​ປຶກສາ​ຫາລື​ບັນດາ​ບັນຫາ​ກ່ຽວ​ກັບ​ສະພາບ​ການ​ເສດຖະກິດ​ມະຫາ​ພາກ​ຂອງ​ຫວຽດນາມ​ໃນ​ປີ 2011 ​ແລະ​ກຳນົດ​ທິດ​ພັດທະນາປີ 2012; ບັນດາ​ມາດ​ຕະການ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຫວຽດນາມຄືນ​ໃໝ່​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ…​ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ​ຫງວຽນ​ເຕີນ​ຢູງ​ໃຫ້​ຮູ້​ວ່າ: “ກ້າວ​ເຂົ້າສູ່​ປີ 2012 ​ແລະ​ຊຸມ​ປີ​ຕໍ່​ໄປ, ຫວຽດນາມ​ຈະ​ມີ​ຄວາມ​ມານະ​ພະຍາຍາມ​ສູງ​ສຸດ ​ເພື່ອ​ເສີມ​ຂະຫຍາຍ​ກຳລັງ​​ແຮງພາຍ​ໃນ​ຂອງ​ຕົນ ​ແນໃສ່ນຳ​ພື້ນຖານ​ເສດ​ຖະກິດພັດທະນາ​ຢ່າງໝັ້ນຄົງ​ກ່ວາ. ພວກ​ຂ້າພະ​ເຈົ້າປາດ​ຖະໜາ​ວ່າ ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ສະໜັບສະໜູນ, ການ​ໜູນ​ຊ່ວຍ​ອັນ​ມີຄ່າ, ມີ​ປະສິດທິ​ຜົນ​ຂອງ​ວົງ​ຄະນາ​ຍາດ​ສາກົນ, ຂອງ​ບັນດາ​ນັກ​ອຸປະຖຳ

  ທີ່​ກອງ​ປະຊຸມ, ບັນດາ​ຄູ່​ຮ່ວມ​ມື​ພັດທະນາ​ຂອງ​ຫວຽດນາມ​ຄື: ທະນາຄານ​ໂລກ, ກອງ​ທຶນ​ເງິນຕາ​ສາກົນ, ທະນາຄານ​ພັດທະນາ​ອາຊີ…​ລ້ວນ​ແຕ່​ໃຫ້​ຂໍ້​ສັງ​ເກດ​ວ່າ: ປີ 2011 ​ແມ່ນ​ປີ​ຮັບ​ຮູ້​ບັນດາ​ຜົນສຳ​ເລັດ​ຂອງລັດຖະບານ​ຫວຽດນາມ​ໃນ​ການ​ບໍລິຫານ​ເສດຖະກິດ​ມະຫາ​ພາກ, ຄວບ​ຄຸມ​ໄພ​ເງິນ​ເຟີ້. ທ່ານ Ayumi Konishi ຜູ້ອຳນວຍການ​ແຫ່ງ​ຊາດ ທະນາຄານ​ພັດທະນາ​ອາຊີ ຫລື ADB ປະຈຳ​ຫວຽດນາມ​ຕີ​ລາຄາ​ວ່າ:“ປີ 2011 ​ແມ່ນ​ປີ​ຫຍຸ້ງຍາກ​ຂອງ​ເສດຖະກິດ​ທົ່ວ​ໂລກ, ​ໃນ​ສະພາບ​ການ​ນັ້ນ, ຫວຽດນາມ​ສົມ​ກັບ​ການ​ຕີ​ລາຄາ​ສູງ ຍ້ອນ​ໄດ້​ສ້າງ​ບັນດາ​ນະ​ໂຍບາຍ​ເສດຖະກິດ​ມະຫາ​ພາກ​ເປົນ​ປົກກະຕິ​ສຳ​ເລັດ. ສິ່ງ​ດັ່ງກ່າວ​ໄດ້​ປະກອບສ່ວນ​ຮັກສາ​ຕະຫຼາດ​ເງິນຕາ​ຕ່າງ​ປະ​ເທດ​, ການ​ສະ​ສົມເງິນຕາ​ຕ່າງ​ປະ​ເທດ​ ​ແລະ​ໄພ​ເງິນ​ເຟີ້ເປັນ​ປົກກະຕິ. ຫວຽດນາມ​ຄວນ​ສືບ​ຕໍ່​ຮັກສາ ​ແລະ​ຮັດ​ແໜ້ນ​ນະ​ໂຍບາຍ​ເສດຖະກິດ​ມະຫາ​ພາກ​ຈົນ​ເຖິງ​ເວລາ​ຮັບປະກັນ​ວ່າ ບັນລຸ​ໄດ້​ຄວາມ​ມຸ້ງ​ຫວັງ​ກ່ຽວ​ກັບ​ໄພ​ເງິນ​ເຟີ້ ​ແລະ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ຕະຫຼາດຄືນ​ໃໝ່​ໄດ້”.

ຂ່າວ/ບົດ​ອື່ນ