ໄຂກອງປະຊຸມກຸ່ມ ປະຕິບັດງານເຂດ ລຸ່ມແມ່ນ້ຳຂອງ -ອາເມລິກາ ຄັ້ງທີ 4
(ພາບປະກອບ)
(vovworld) – “ກອງປະຊຸມກຸ່ມປະຕິບັດງານເຂດລຸ່ມແມ່ນ້ຳຂອງ - ອາເມລິກາ” ຄັ້ງທີ 4 (LMI), ຖືກໄຂຂຶ້ນໃນຕອນເຊົ້າວັນທີ 25/04, ຢູ່ນະຄອນໂຮ່ຈິມິນ. ເຂົ້າຮ່ວມພິທີໄຂມີຜູ້ແທນຢູ່ພາຍໃນ ແລະ ຕ່າງປະເທດເກືອບ 100 ຄົນ. ກອງປະຊຸມ LMI ຄັ້ງທີ 4 ຖືກດຳເນີນໄປໃນເວລາ 2 ວັນ, ເພື່ອແນໃສ່ກວດກາບັນດາການເຄື່ອນໄຫວທີ່ໄດ້ ແລະ ພວມໄດ້ຮັບການຜັນຂະຫຍາຍ ພາຍຫຼັງກອງປະຊຸມກຸ່ມປະຕິບັດງານຄັ້ງທີ 3; ປຶກສາຫາລືບັນດາຂໍ້ລິເລີ່ມ, ການເຄື່ອນໄຫວຮ່ວມມືໃໝ່ ແລະ ກະກຽມໃຫ້ແກ່ກອງປະຊຸມຂັ້ນລັດຖະມົນຕີ LMI ຄັ້ງທີ 6 ເຊິ່ງຈະຈັດຂຶ້ນຢູ່ບຣຸໄນ ໃນໄລຍະຈະມາເຖິງ. ນີ້ກໍແມ່ນໂອກາດເພື່ອໃຫ້ ຫວຽດນາມ ຍົກສູງບົດບາດໃນ LMI ແລະ ຊຸກຍູ້ການພົວພັນຮ່ວມມືກັບ ອາເມລິກາ ພ້ອມກັບບັນດາປະເທດໃນພາກພື້ນແມ່ນ້ຳຂອງອື່ນໆ. ກ່າວຄຳເຫັນທີ່ພິທີໄຂ, ທ່ານ ບຸ່ຍແທງເຊີນ, ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ເນັ້ນໜັກວ່າ.
“ລັດຖະບານຫວຽດນາມ ເອົາໃຈໃສ່ເປັນພິເສດເຖິງບັນດາເນື້ອໃນຂອງກອງປະຊຸມຄັ້ງນີ້ ເພາະມັນນຳມາເຊິ່ງຜົນປະໂຫຍດ ແລະ ປະສິດທິຜົນອັນແທດຈິງຫຼາຍຢ່າງ. ພວກຂ້າພະເຈົ້າຮ່ວມມືຢ່າງຕັ້ງໜ້າກັບບັນດາປະເທດອື່ນໃນ LMI ແລະ ບັນດາຄູ່ຮ່ວມມືອື່ນໆ ເພື່ອແນໃສ່ນຳມາເຊິ່ງປະສິດທິຜົນສູງສຸດ ແລະ ໃຫ້ຄຳໝັ້ນສັນຍາຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນໃນບັນດາກອງປະຊຸມ LMI ຈະມາເຖິງ. ພວກຂ້າພະເຈົ້າເຊື່ອໝັ້ນວ່າ ກອງປະຊຸມຄັ້ງນີ້ຈະບັນລຸໄດ້ບັນດາຄາດໝາຍທີ່ໄດ້ວາງອອກ ຍ້ອນມີການເຫັນດີເຫັນພ້ອມຂອງບັນດາຜູ້ແທນ”.