ໄຂກອງປະຊຸມຄັ້ງທີ 4 ກຳປູເຈຍ-ລາວ-ຫວຽດ ນາມ ກ່ຽວກັບເຂດ ສາມຫຼ່ຽມພັດທະນາ

ໄຂກອງປະຊຸມຄັ້ງທີ 4 ກຳປູເຈຍ-ລາວ-ຫວຽດ ນາມ ກ່ຽວກັບເຂດ ສາມຫຼ່ຽມພັດທະນາ - ảnh 1
ກອງ​ປະຊຸມ​ຄັ້ງ​ທີ 4 ກຳມາ​ທິການ​ການ​ຕ່າງປະ​ເທດ
​ສະພາ​ແຫ່ງ​ຊາດກຳປູ​ເຈຍ-ລາວ-ຫວຽດນາມ
( ພາບ: vietnamplus.vn )

(vovworld) – ວັນ​ທີ 2/8, ກອງ​ປະຊຸມ​ຄັ້ງ​ທີ 4 ກຳມາ​ທິການ​ການ​ຕ່າງປະ​ເທດ​ສະພາ​ແຫ່ງ​ຊາດກຳປູ​ເຈຍ-ລາວ-ຫວຽດນາມ ກ່ຽວ​ກັບ​ເຂດ​ສາມຫຼ່ຽມ​ພັດທະນາ ​ໄດ້​ໄຂ​ຂຶ້ນ​ຢູ່​ແຂວງ​ເງ້ອານ. ດ້ວຍ​ຫົວ​ຂໍ້​ວ່າ: ”ບົດບາດ​ຂອງ​ສະພາ​ແຫ່ງ​ຊາດ​ໃນ​ການ​ໜູນ​ຊ່ວຍ​ເຂດ​ສາມຫຼ່ຽມ​ພັດທະນາ”, ກອງ​ປະຊຸມ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ, ຊຸກຍູ້​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ເພື່ອ​​ພັດທະນາ​ເຂດ​ຊາຍ​ແດນ​ລະຫວ່າງ​ສາມ​ປະ​ເທດ. ກ່າວ​ຄວາມ​ເຫັນ​ຢູ່​ທີ່​ນີ້, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ Uong Chu Luu ​ໄດ້​ຕີ​ລາຄາ​ສູງ​ບົດບາດ​ຂອງ​ສະພາ​ແຫ່ງ​ຊາດ​ແຕ່ລະ​ປະ​ເທດ​ໃນ​ການໜູນ​ຊ່ວຍ​ເຂດ​ສາມຫຼ່ຽມ​ພັດທະນາ ​ແລະ ຖື​ວ່າ ກອງ​ປະຊຸມ​ຄັ້ງ​ນີ້​ຄວນ​ສືບ​ຕໍ່​ພິຈາລະນາ​ກ່ຽວ​ກັບ​ຄວາມ​ສາມາດ​ສ້າງ​ຕັ້ງ​ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ ກຳປູ​ເຈຍ-ລາວ-ຫວຽດນາມ  ​ແລະ ​ແຜນການ​ດຳ​ເນີນ​ງານ​ຂອງຄະນະ​ກຳມະການ​ລະຫວ່າງ​ລັດຖະບານ, ​ເພື່ອ​ແນ​ໃສ່​ຕິດຕາມ​ກວດກາ ​ແລະ ໜູນ​ຊ່ວຍ​ການ​ປະຕິບັດ​ບັນດາ​ນະ​ໂຍບາຍ, ຂໍ້​ຕົກລົງ ​​ແນ​ໃສ່​ບັນລຸ​​ບັນດາ​ໝາກຜົນ​ຢ່າງ​ແທດ​ຈິງ. ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ Uong Chu Luu ​ເນັ້ນ​ໜັກ​ວ່າ: ກົນ​ໄກ​ສົມທົບ​ລະຫວ່າງ​ລັດຖະບານ, ສະພາ​ແຫ່ງ​ຊາດ​ສາມ​ປະ​ເທດ, ລະຫວ່າງ​ບັນດາອົງການ​ຂອງ​ລັດຖະບານ ກໍ່​ຄື​ລະຫວ່າງ​ທ້ອງ​ຖີ່​ນຕ່າງໆ​ຂອງ​ສາມ​ປະ​ເທດ​ທັງ​ຢູ່​ພາຍ​ໃນ ​ແລະ ນອກ​ພາກ​ພື້ນ​ສາມ​ຫຼ່ຽມພັດທະນາ ຄວນ​ໄດ້​ຮັບ​ການ​ເພີ່ມ​ທະວີ ​ແລະ ​ແທດ​ຈິງ​ກວ່າ ​ເພື່ອ​ສາມາດ​ເສີມ​ຂະຫຍາຍ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້ ​ແລະ ​ແກ້​ໄຂ​ສິ່ງ​ທີ່​ຍັງ​ຄົງ​ຄ້າງ.

        ​ໃນ​ກອງ​ປະຊຸມ​ສຳ​ມະ​ນາ​, ຜູ້​ແທນ​ສາມ​ປະ​ເທດ​ໄດ້​ສຸມ​ໃສ່​ປຶກສາ​ຫາລື ​ແລະ ຍົກ​ອອກ​ຂໍ້ສະ​ເໜີ​ແນະ, ຂໍ້​ລິ​ເລີ່​ມ​ໃນ​ການ​ຮ່ວມ​ມື​ສ້າງ​ກົດໝາຍ ​ເພື່ອ​ເປັນ​ພື້ນຖານ​ນິຕິ​ກຳ​ແນ​ໃສ່​ໜູນ​ຊ່ວຍ, ຊຸກຍູ້​ການ​ພັດທະນາ​ເຂດ​ສາມຫຼ່ຽມ; ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ກຳມາ​ທິການ​ການ​ຕ່າງປະ​ເທດ​ສະພາ​ແຫ່ງ​ຊາດສາມປະ​ເທດກຳປູ​ເຈຍ-ລາວ-ຫວຽດນາມ ​ໃນ​ການ​ເຄື່ອນ​ໄຫວ​ສອງ​ຝ່າຍ ​ແລະ ຫຼາຍ​ຝ່າຍ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​​ເຮັດ​ໃຫ້​ການ​ເຄື່ອນ​ໄຫວ​ການ​ຕ່າງປະ​ເທດ​ຂອງ​ສະພາ​ແຫ່ງ​ຊາດ​ສາມ​ປະ​ເທດ​​ກ້າວ​ເຂົ້າ​ສູ່​ລວງ​ເລິກ ​ແລະ ​ແທດ​ຈິງ​ກວ່າ.

ຂ່າວ/ບົດ​ອື່ນ