ໄຂກອງປະຊຸມທີ2ສະພາຜູ້ແທນປະຊາຊົນແຫ່ງຊາດຈີນຊຸດທີ12

ໄຂກອງປະຊຸມທີ2ສະພາຜູ້ແທນປະຊາຊົນແຫ່ງຊາດຈີນຊຸດທີ12 - ảnh 1
ກອງ​ປະຊຸມ​​ຖືກໄຂຂຶ້ນໃນຕອນເຊົ້າວັນທີ 5/3
(ພາບ: ສຳນັກຂ່າວສານ ຊິນຮວາ-TTXVN)


(vovworld) – ​ຕອນ​ເຊົ້າ​ວັນ​ທີ 5/3, ກອງ​ປະຊຸມ​​ທີ 2​ ສະພາ​ຜູ້​ແທນ​ປະຊາຊົນ​ແຫ່ງ​ຊາດ ຈີນ ຊຸດ​ທີ 12, ​ຖືກ​ໄຂ​ຂຶ້ນ​ຢູ່ຫໍ​ປະຊຸມ​ຜູ້​ແທນ​ປະຊາຊົນທີ່​ນະຄອນຫຼວງ ປັກ​ກິ​ງ.

    ​ມາ​ເຂົ້າ​ຮ່ວມ​ມີ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ​ຈີນ ສື້ຈິນຜິ​ງ, ທ່ານ​ນາຍົກລັດຖະມົນຕີ ຫຼີ​ເຄີ​ສ່ຽງ, ປະທານ​ສະພາ​ປຶກສາ​ການ​ເມືອງແຫ່ງ​ຊາດ ຈີນ ຢູ​ເຈິ​ງ​ເຊິງ ພ້ອມ​ກັບ​ສະມາຊິກ​ສະພາ​ຜູ້​ແທນ​ປະຊາຊົນແຫ່ງ​ຊາດ​ເກື​ອບ 3.000 ທ່ານ.

    ບົດ​ລາຍງານ​ກ່ຽວ​ກັບ​ວຽກ​ງານ​ຂອງ​ລັດຖະບານ​ພາຍຫຼັງ​ພິທີ​ໄຂ, ທ່ານ​ນາຍົກລັດຖະມົນຕີ ຫຼີ​ເຄີ​ສ່ຽງ ຮັບ​ຮູ້​ວ່າ, ​ເສດຖະກິດ​ໂລກ​ຟື້ນ​ຟູ​ຢ່າງ​ຊັກ​ຊ້າ, ບັນດາ​ປະ​ເທດ​ປັບປຸງ​ນະ​ໂຍບາຍ​ເສດຖະກິດ​ມະຫາ​ພາກ​ໄດ້​ກໍ່​ຄວາມ​ຫຍຸ້ງຍາກ​ສຳລັບ ຈີ​ນ..​​. ​ໄພ​ສໍ້​ລາດ​ບັງ​ຫຼວງ​ໃນບັນດາ​ອົງການ​ຂອງ​ລັດ​ສືບ​ຕໍ່​ຜັນ​​ແປໄປ​ຢ່າງ​ສັບສົນ.

    ​ໃນ​ບົດ​ລາຍ​ງານກ່ຽວ​ກັບກ່ຽວ​ກັບ​ງົບປະມານ​ທີ່​ສະພາ​ຜູ້​ແທນ​ປະຊາຊົນແຫ່ງ​ຊາດ ປຶກສາ​ຫາລື​ໃນ​ວັນ​ທີ 5/3, ຈີນ ຄາດ​ວ່າ, ​ເພີ່ມ 12,2% ງົມ​ປະມານ​ການ​ປ້ອງ​ກັນ​ປະ​ເທດ​ໃນ​ປີ 2014 ຂຶ້ນ​ເຖິງ 132 ຕື້ USD, ສືບ​ຕໍ່​ທ່າ​ເຕີບ​ໂຕດ້ວຍ 2 ຕົວ​ເລກ​ໃນ​ງົບປະມານ​ປ້ອງ​ກັນ​ປະ​ເທດ​​ຕະຫຼອດ 2 ທັດ​ສະ​ວັດ​ທີ່​ຜ່ານ​ມາ.

    ຕາມ​ແຜນການ​ແລ້ວ, ກອງ​ປະຊຸມ​ຄັ້ງທີ 2 ສະພາ​ຜູ້​ແທນ​ປະຊາຊົນ​ແຫ່ງ​ຊາດ ຈີນ ຊຸດ​ທີ 12 ຈະ​ສິ້ນ​ສຸດ​ລົງ​ໃນ​ຕອນ​ເຊົ້າ​ວັນ​ທີ 13/3.

 



ຂ່າວ/ບົດ​ອື່ນ