(ພາບ:ktdt.com.vn)
(TTX)- ຕອນເຊົ້າວັນທີ 10/10, ກອງປະຊຸມປະຈຳປີຄັ້ງທີ 11 ສະພາສົ່ງເສີມການທອ່ງທ່ຽວອາຊີ (CPTA) ໄດ້ຖືກໄຂຂຶ້ນຢູ່ຮ່າໂນ້ຍ. ກອງປະຊຸມຄັ້ງນີ້ໄດ້ຕີລາຄາບັນດາວຽກງານໄດ້ຜັນຂະຫຍາຍແລ້ວ, ກຳນົດ ແລະ ເອກະພາບແຜນການປະຕິບັດບັນດາໂຄງການໃໝ່, ສະເໜີຄວາມຮັບຜິດຊອບຂອງບັນດາອົງການຄຸ້ມຄອງແຫ່ງລັດກ່ຽວກັບດ້ານການທ່ອງທ່ຽວ…ເພື່ອແນໃສ່ພັດທະນາການທ່ອງທ່ຽວຂອງບັນດານະຄອນສະມາຊິກ. ກອງປະຊຸມກໍ່ປຶກສາຫາລືບັນດາມາດຕະການຊຸກຍູ້, ໂຄສະນາການທ່ອງທ່ຽວ; ຍົກອອກບັນດາມາດຕະການພັດທະນາຂະແໜງທ່ອງທ່ຽວອາຊີລະຫວ່າງຜູ້ຕາງໜ້າບັນດານະຄອນສະມາຊິກ ແລະ ກຸ່ມວິສາຫະກິດ; ໂຄສະນາດຶງດູດແຂກທ່ອງທ່ຽວໄປຢ້ຽມຢາມອາຊີ….ກອງປະຊຸມປະຈຳປີຄັ້ງທີ 11 ຂອງ CPTA ກໍ່ແມ່ນໂອກາດເພື່ອໃຫ້ເພີ່ມທະວີການຮ່ວມມື, ຄວາມເຂົ້າອົກເຂົ້າໃຈຊື່ງກັນ ແລະ ກັນໃນດ້ານການທ່ອງທ່ຽວລະຫວ່າງຮ່າໂນ້ຍ ແລະ ບັນດານະຄອນສະມາຊິກ, ກັບເພື່ອນມິດສາກົນ ແລະ ກໍ່ແມ່ນໂອກາດເພື່ອພົບປະແລກປ່ຽນ, ສ້າງບັນດາການພົວພັນດ້ານການທ່ອງທ່ຽວລະຫວ່າງຮ່າໂນ້ຍ-ຫວຽດນາມ ແລະ ບັນດານະຄອນ, ປະເທດຕ່າງໆໃນທົ່ວໂລກ.