ໄຂກອງປະຊຸມຜູ້ອຳນວຍການໃຫຍ່ທາງລົດໄຟ ອາຊຽນ ຄັ້ງທີ 42

(VOVWORLD) - ຜູ້ແທນ ແລະ ຜູ້ສັງເກດການຂະແໜງທາງລົດໄຟ 170 ທ່ານມາຈາກ 8 ປະເທດໃນກຸ່ມ ອາຊຽນ ເຊິ່ງລວມມີ: ກຳປູເຈຍ, ອິນໂດເນເຊຍ, ລາວ, ມາເລເຊຍ, ມຽນມາ, ຟີລິບປິນ, ໄທ ແລະ ຫວຽດນາມ ເຂົ້າຮ່ວມກອງປະຊຸມ.
ໄຂກອງປະຊຸມຜູ້ອຳນວຍການໃຫຍ່ທາງລົດໄຟ ອາຊຽນ ຄັ້ງທີ 42 - ảnh 1ບັນດາຜູ້ອຳນວຍການໃຫຍ່ທາງລົດໄຟ ອາຊຽນ ຖ່າຍຮູບທີ່ລະນຶກ

ກອງປະຊຸມຜູ້ອຳນວຍການໃຫຍ່ທາງລົດໄຟສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຄັ້ງທີ 42 ຖືກໄຂຂຶ້ນໃນຕອນເຊົ້າວັນທີ 23 ສິງຫາ, ຢູ່ນະຄອນ ດານັ້ງ. ຜູ້ແທນ ແລະ ຜູ້ສັງເກດການຂະແໜງທາງລົດໄຟ 170 ທ່ານມາຈາກ 8 ປະເທດໃນກຸ່ມ ອາຊຽນ ເຊິ່ງລວມມີ: ກຳປູເຈຍ, ອິນໂດເນເຊຍ, ລາວ, ມາເລເຊຍ, ມຽນມາ, ຟີລິບປິນ, ໄທ ແລະ ຫວຽດນາມ ເຂົ້າຮ່ວມກອງປະຊຸມ. ໃນເວລາ 3 ວັນ (23 -25 ສິງຫາ), ບັນດານັກຄຸ້ມຄອງ, ຜູ້ບໍລິຫານທາງລົດໄຟ ອາຊຽນ ໄດ້ປຶກສາຫາລື, ແລກປ່ຽນບົດຮຽນໃນການພັດທະນາ ແລະ ຂຸດຄົ້ນທາງລົດໄຟໃນພາກພື້ນຢ່າງມີປະສິດທິຜົນ, ຍຸດທະສາດພັດທະນາທາງລົດໄຟຢູ່ບັນດາປະເທດສະມາຊິກ; ບົດຮຽນໃນການເຄື່ອນໄຫວ, ຄຸ້ມຄອງລະບົບທາງລົດໄຟ… ທ່ານ ດັ່ງສີແມ້ງ, ຜູ້ອຳນວຍການໃຫຍ່ບໍລິສັດໃຫຍ່ທາງລົດໄຟ ຫວຽດນາມ, ໃຫ້ຮູ້ວ່າ:

        “ປະຈຸບັນ, ກະຊວງຄົມມະນາຄົມຂົນສົ່ງພວມເປັນເຈົ້າການສ້າງຂັ້ນຕອນ, ມາດຕະການ, ກົນໄກນະໂຍບາຍປະຕິບັດການວາງແຜນຜັງເລກທີ 1769 ຂອງນາຍົກລັດຖະມົນຕີ. ພວກຂ້າພະເຈົ້າຫວັງວ່າ, ຈະມີຂັ້ນຕອນລະອຽດເພື່ອພັດທະນາ ແລະ ສ້າງສຳເລັດເຄືອຂ່າຍທາງລົດໄຟ ຫວຽດນາມ, ເຊື່ອມຕໍ່ກັບພາກພື້ນ ແລະ ບັນດາປະເທດ ອາຊຽນ. ຜ່ານກອງປະຊຸມຄັ້ງນີ້, ໄດ້ຖອດຖອນເອົາບົດຮຽນ, ການກຳນົດທິດ, ມາດຕະການ ເພື່ອສ້າງ, ພັດທະນາເຄືອຂ່າຍທາງລົດໄຟຂອງແຕ່ລະປະເທດ ແລະ ພາກພື້ນ.”

ຕອບກັບ

ຂ່າວ/ບົດ​ອື່ນ