ໄຂກອງປະຊຸມລັດຖະ ມົນຕີການຕ່າງປະເທດ ບັນດາປະເທດອາຣັບ
(ພາບ: yahoo.com)
(vovworld)- ວັນທີ 9/3, ທີ່ສຳນັກງານຂອງສະຫະພັນອາຣັບ ຢູ່ກາຍໂຣ, ປະເທດອີຢີບ, ໄດ້ຈັດການປະຊຸມລັດຖະມົນຕີການຕ່າງປະເທດບັນດາປະເທດ ອາຣັບ ເພື່ອແນໃສ່ກະກຽມໃຫ້ແກ່ກອງປະຊຸມສຸດຍອດຂອງອົງການນີ້ ຊື່ງດຳເນີນໄປຢູ່ ຄູເວດ ໃນທ້າຍເດືອນມີນາທີ່ຈະມາເຖິງນີ້. ໃນໄລຍະດຳເນີນກອງປະຊຸມທີ່ແກ່ຍາວເປັນເວລາ 2 ວັນ, ລັດຖະມົນຕີການຕ່າງປະເທດບັນດາປະເທດອາຣັບ ຈະປຶກສາຫາລືບັນດາບັນຫາການປ້ອງກັນຄວາມສະຫງົບ, ສັງຄົມ ແລະ ການເມືອງລວມ, ປຶກສາຫາລືກ່ຽວກັບການສ້າງເຂດປອດອາວຸດນິວເຄຼຍ ກໍ່ຄືສູນອາຣັບ ກ່ຽວກັບກົດໝາຍສາກົນ. ໃນຂອບເຂດກອງປະຊຸມ, ບັນດາທ່ານລັດຖະມົນຕີກໍ່ຈະປຶກສາຫາລືກ່ຽວກັບສະພາບການຢູ່ຊີຣີ ແລະ ປາແລດສະຕິນ./.