ໄຂກອງປະຊຸມລັດຖະບານສະໄໝສາມັນປະຈຳເດືອນ

(VOVWORLD) -ກອງປະຊຸມລັດຖະບານສະໄໝສາມັນປະຈຳເດືອນ ຖືກໄຂຂຶ້ນໃນຕອນເຊົ້າວັນທີ 03 ພະຈິກ, ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ.

ໄຂກອງປະຊຸມລັດຖະບານສະໄໝສາມັນປະຈຳເດືອນ - ảnh 1 ໄຂກອງປະຊຸມລັດຖະບານສະໄໝສາມັນປະຈຳເດືອນ

(ພາບ: TTXVN)

 ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕີລາຄາວ່າ, ໃນຈຸດເວລານີ້, ຫຼາຍກະຊວງ, ຂະແໜງການ, ທ້ອງຖິ່ນ ໄດ້ຕັ້ງໜ້າແກ້ໄຂຄວາມຫຍຸ້ງຍາກ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ; ພິເສດແມ່ນຕັ້ງໜ້າຊີ້ນຳລວມສຸມກະກຽມດີທີ່ສຸດໃຫ້ສັບປະດາຂັ້ນສູງ APEC 2017 ໃຫ້ເປັນຢ່າງດີ, ດ້ວຍຈິດໃຈຮັບຜິດຊອບສູງຂອງປະເທດເຈົ້າພາບຈັດຕັ້ງ.

        ຢ້ຳຄືນບັນດາການຕີລາຄາທີ່ກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດຫວຽດນາມ ຊຸດທີ 14, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ.

        “ຂ້າພະເຈົ້າສະເໜີວ່າ ວຽກງານທຳອິດແມ່ນແກ້ໄຂຂໍ້ຕິດຂັດ, ສິ່ງທີ່ຍັງຄົງຄ້າງ ເຊິ່ງສະມາຊິກສະພາແຫ່ງຊາດບາງທ່ານໄດ້ຍົກອອກມາ, ຫາບໍ່ແມ່ນລໍ້ຖ້າເມື່ອມີມະຕິ. ສຳລັບບາງບັນຫາທີ່ໄດ້ຮັບການກວດກາສະຫຼຸບ, ບັນຫາທີ່ອົງການຕາງໜ້າປະຊາຊົນ, ຕິດຕາມກວດກາຍົກອອກມານັ້ນແມ່ນ ຕ້ອງໄດ້ຮັບເອົາ, ແກ້ໄຂຢ່າງທັນການ ຫາກບໍ່ລໍ້ຖ້າຈົນເວລາມີມະຕິຈຶ່ງແກ້ໄຂ. ຫຼືສະພາບການເກັບຄ່າຊ້ອນ ໃນບາງຂົງເຂດເຊິ່ງສະພາແຫ່ງຊາດໄດ້ຍົກອອກມາ.”

        ກອງປະຊຸມຄັ້ງນີ້, ລັດຖະບານໄດ້ປຶກສາຫາລື, ຕົກລົງ 16 ເນື້ອໃນສຳຄັນ.

ໂດຍສືບຕໍ່ກອງປະຊຸມລັດຖະບານ ສະໄໝສາມັນເດືອນຕຸລາ, ຕອນບ່າຍວັນທີ 3 ພະຈິກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເນັ້ນໜັກເຖິງ 4 ໜ້າທີ່ຈຸດສຸມທີ່ຄວນເອົາໃຈໃສ່ຜັນຂະຫຍາຍ, ສູ້ຊົນເພື່ອເປົ້າໝາຍປະຕິບັດສຳເລັດແຜນການເສດຖະກິດ - ສັງຄົມປີ 2017 ຢ່າງຮອບດ້ານ.

          ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກເຖິງຈຸດສຸມວຽກງານຊີ້ນຳ, ບໍລິຫານຂອງລັດຖະບານແຕ່ນີ້ເຖິງທ້າຍປີ ເຊິ່ງກ່ຽວຂ້ອງເຖິງ 4 ເນື້ອໃນຄືການແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸນ້ຳຖ້ວມ, ການປະຕິບັດສຳເລັດແຜນການປີ 2017, ການຮັບປະກັນຄວາມປອດໄພໃຫ້ສັບປະດາຂັ້ນສູງ APEC ແລະ ຮັບໃຊ້ກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດຊຸດທີ 14 ເປັນຢ່າງດີ.

          ກ່ຽວກັບດ້ານເງິນຕາ, ສິນເຊື່ອ, ທ່ານນາຍົກລັດຖະມົນຕີຮຽກຮ້ອງຜູ້ວ່າການທະນາຄານແຫ່ງລັດໃກ້ຊິດຕິດແທດກັບສະພາບການ, ບໍລິຫານຢ່າງມີໄຫວພິບ; ສືບຕໍ່ຫຼຸດຜ່ອນດອກເບ້ຍໃຫ້ກູ້ຢືມລົງ, ສ້າງໂຄງປະກອບບັນດາອົງການສິນເຊື່ອທີ່ອ່ອນດ້ອຍຄືນໃໝ່ຕິດພັນກັບການແກ້ໄຂໜີ້ເສຍ.

          ກ່ຽວກັບການສົ່ງອອກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກເຖິງທິດຊີ້ນຳແມ່ນສືບຕໍ່ຊຸກຍູ້ການສົ່ງອອກ, ໝູນໃຊ້ບັນດາໂຄງການ FDI, ຍູ້ແຮງການສົ່ງອອກນຳເຂົ້າຜ່ານການຄ້າເອເລັກໂຕນິກ, ການກໍ່ສ້າງເຄື່ອງໝາຍການຄ້າແຫ່ງຊາດ…

  ທີ່ກອງປະຊຸມນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຍັງເນັ້ນໜັກ ຫຼາຍເຖິງບັນຫາສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ