ໄຂກອງປະຊຸມລັດຖະມົນຕີ ກິລາອາຊຽນຄັ້ງທີ 2 ຢູ່ປະເທດລາວ


 ໄຂກອງປະຊຸມລັດຖະມົນຕີ ກິລາອາຊຽນຄັ້ງທີ 2 ຢູ່ປະເທດລາວ - ảnh 1

(ພາບ: nhandan.com.vn)

 (vovworld)- ຄະນະ​ຜູ້​ແທນ​ຫວຽດນາມ ​ໂດຍ​ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ​ເລ​ແຄງ​ຫາຍ ນຳ​ໜ້າ ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ກິລາ​ອາ​ຊຽນ (AMMS) ຄັ້ງທີ 2 ຊື່​ງ​ໄດ້​ໄຂ​ຂຶ້ນ​ໃນຕອນ​​ເຊົ້າ​ວັນ​ທີ 5/12, ຢູ່​ວຽງ​ຈັນ ປະ​ເທດ​ລາວ. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີລາວ ທອງສິງ ທຳ​ມະ​ວົງ ​ໃຫ້​ຮູ້​ວ່າ: ລັດຖະບານລາວ ສົ່ງ​ເສີມ ​ແລະ ສະໜັບສະໜູນ​ບັນດາ​ການ​ເຄື່ອນ​ໄຫວ​ກິລາ, ຖື​ວ່າ​ນີ້​ແມ່ນ​ໜ້າ​ທີ່​ຂອງ​ທົ່ວ​ສັງຄົມ​ລາວ. ລັດຖະບານ​ລາວ ປະຕິບັດ​ແຜນ​ການຍຸດ​ທະ​ສາດສຳລັບ​ກິລາ, ​ໃນ​ນັ້ນສຸມ​ໃສ່​ສົ່ງ​ເສີມ​ການ​ຍົກ​ສູງ​ສຸຂະພາບ ​ແລະ ຈິດ​ໃຈ​ໃຫ້​ແກ່ ປຊຊ ​ແລະ ​ເຂົ້າຮ່ວມບັນດາ​ການ​ເຄື່ອນ​ໄຫວ​ກິລາ​ໃນ​ພາກ​ພື້ນ​ຢ່າງ​ຕັ້ງໜ້າ ​​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ນ້ຳໃຈ​ສາມັກ​ຄີ, ມິດຕະພາບ, ການ​ຮ່ວມ​ມື​ກັບ​ເພື່ອນ​ມິດສາ​ກົນ. ທ່ານ​ນາຍົກລັດຖະມົນຕີລາວ ທອງສິງ ທຳ​ມະ​ວົງ ​ເນັ້ນໜັກ​ວ່າ: ກອງ​ປະຊຸມ​ລັດຖະມົນຕີ​ກິລາ​ອາ​ຊຽນ (AMMS) ມີ​ຄວາມ​ໝາຍ​ສຳຄັນ​ສຳລັບ​ການ​ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ​ໃນ​ຂົງ​ເຂດ​ກິລາ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນ. ທ່ານ​ຮຽກຮ້ອງ​ການ​ເຂົ້າຮ່ວມ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ຂອງ​ບັນດາ​ຜູ້​ແທນ​ເພື່ອ​ແນ​ໃສ່​ປະຕິບັດ​ຫົວ​ເລື່ອງ “ກິລາ​ເພື່ອ​ການ​ຮ່ວມ​ມື, ມິດຕະພາບ, ສັນ​ຕິ​ພາບ ​ແລະ ພັດທະນາ“ ​ເປັນ​ຢ່າງ​ດີ./.

 

ຂ່າວ/ບົດ​ອື່ນ