ໄຂກອງປະຊຸມລັດຖະມົນຕີການຕ່າງປະເທດ FEALAC ຄັ້ງທີ 6 ຢູ່ ອິນໂດເນເຊຍ

ໄຂກອງປະຊຸມລັດຖະມົນຕີການຕ່າງປະເທດ FEALAC ຄັ້ງທີ 6 ຢູ່ ອິນໂດເນເຊຍ - ảnh 1
ຮອງລັດຖະມົນຕີການຕ່າງປະເທດ Colombia (ເບື້ອງຂວາ) ແລະ ລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ
(ພາບ: AFP/TTXVN)

(vovworld) –ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ເວທີ​ປາ​ໄສ​ຮ່ວມ​ມື ອາຊີ ຕາ​ເວັນ​ອອກ - ອາ​ເມ​ລິ​ກາ ລາ​ຕິງ ຄັ້ງ​ທີ 6 (FMM FEALAC 6) ​ຖືກໄຂ​ຂຶ້ນ​ໃນ​ວັນ​ທີ 13/6 ຢູ່​ເກາະ ບາ​ລີ ປະ​ເທດ ອິນ​ໂດ​ເນ​ເຊຍ. ກອງ​ປະຊຸມ​ໄດ້​ດຳ​ເນີນ​ໃນ​ເວລາ 2 ວັນ​, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຮອງ​ນາຍົກລັດຖະມົນຕີ 2 ທ່ານ, ລັດຖະມົນຕີ 15 ທ່ານ ​ແລະ ຮອງ​ລັດຖະມົນຕີ 12 ທ່ານ ພ້ອມ​ກັບ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ບັນດາ​ປະ​ເທດ​ສະມາຊິກ FEALAC ​ແລະ ທ່ານ​ເລຂາທິການ​ໃຫຍ່ ອາ​ຊຽນ ​ເລ​ເລືອ​ງມິນ. ຄະນະ​ຜູ້​ແທນ ຫວຽດນາມ ​ໂດຍ​ທ່ານຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ໂຮ່ກິມ​ງອກ ນຳ​ໜ້າ. FMM FEALAC 6 ສຸ​ມ​ໃສ່​ປຶກ​ສາ​ຫາລື​ບັນດາ​ບັນຫາ ​ແລະ ບັນດາ​ມາ​ດຕະການ​ເພີ່​ມທະວີ​ການ​ຮ່ວມ​ມື​ລະຫວ່າງ 2 ພາກ​ພື້ນ​ໃນ​ບັນດາ​ຂົງ​ເຂດ​ການ​ຄ້າ ​ແລະ ການ​ລົງທຶນ, ການທ່ອງທ່ຽວ, ຄົ້ນ​ຄ້ວາ​ຊີວະ​ນາ​ໆ​ພັນ..​.​

ຂ່າວ/ບົດ​ອື່ນ