ໄຂກອງປະຊຸມສຸດຍອດ EU ບໍ່ເປັນທາງການ

ໄຂກອງປະຊຸມສຸດຍອດ EU ບໍ່ເປັນທາງການ - ảnh 1

(ພາບ:vietgiaitri.com)

(vovworld) - ກອງ​ປະຊຸມ​ສຸດ​ຍອດ​ບໍ່​ເປັນ​ທາງ​ການ​ບັນດາ​ປະມຸກ​ລັດ ​ແລະ ຜູ້ນຳ​ລັດຖະບານ 27 ປະ​ເທດ​ສະມາຊິກ​ສະຫະພາບ​ເອີ​ລົບ (EU) ​ໄດ້​ໄຂ​ຂຶ້ນ​ໃນ​ວັນ​ທີ 22/11 ຢູ່​ນະຄອນຫຼວງ​ບຣຸກ​ແຊນ ປະ​ເທດ​ແບນ​ຊິກ. ກອງ​ປະຊຸມ​ຄັ້ງນີ້​ສຸມ​ໃສ່​ແຜນ​ງົບປະມານ​ໄລຍະ 2014-2020 ​ໃນ​ສະ​ພາບການ​ທີ່​ບັນດາ​ປະ​ເທດ​ສະມາຊິກ​ພວມ​ຕ້ອງ​ດຳ​ເນີນ​ນະ​ໂຍບາຍ​ຮັດ​ແໜ້ນ​ການ​ໃຊ້​ຈ່າຍ​ຍ້ອນ​ວິ​ກິດ​ການ​ໜີ້​ສາທາລະນະ​ກໍ່​ຂຶ້ນ. ​ໃນ​ຂອບ​ເຂດ​ກອງ​ປະຊຸມ, ທ່ານ​ປະທານ​ສະພາ​ເອີ​ລົບ ​​ຍື່ນ​ສະ​ເໜີ​ຮ່າງ​ຜານການ​ເງິນ​ໄລຍະ 2014-2020 ດ້ວຍ​ງົບປະມານ​ປະມານ 950 ຕື້​ເອີ​ໂຣ. ວົງ​ການ​ນັກ​ໄຈ້​ແຍ​ກຖືກ​ວ່າ, ບັນດາ​ການ​ນຳ​ EU ຈະປະສົບຄວາມ​ຫຍຸ້ງຍາກ​ບໍ່​​ແມ່ນໜ້ອຍ​ໃນ​ການ​ປຶກສາ​ຫາລື​ຄັ້ງຕ່າງໆ​ເພື່ອ​ແນ​ໃສ່​ບັນລຸ​ໄດ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ​ເພື່ອ​​ຜົນ​ປະ​ໂຫຍ​ດຂອງ​ທັງ 27 ປະ​ເທດ​ສະມາຊິກ​ກ່ຽວ​ແຜນການ​ເງິນ​ດັ່ງກ່າວ. ກອງ​ປະຊຸມ​ສຸດ​ຍອດ​ບໍ່​ເປັນ​ທາງ​ການ​ຂອງ EU ອັດ​ລົງ​ໃນ​ຕອນ​ບ່າຍ​ວັນ​ທີ 23/11.

 

ຂ່າວ/ບົດ​ອື່ນ