ໄຂ​ກອງ​ປະ​ຊຸມ​ສຸດຍອດ ສຽງ​ເວົ້າ​ທາງ​ທິດ​ໃຕ້ ຄັ້ງ​ທີ 3

(VOVWORLD) -    ກອງປະຊຸມມີຫົວຂໍ້ “ທິດໃຕ້ໄດ້ຮັບການມອບສິດເພື່ອອະນາຄົດທີ່ຍືນຍົງ” ໄດ້ປຶກສາຫາລືກ່ຽວກັບບັນດາສິ່ງທ້າທາຍ ທີ່ຍັງສືບຕໍ່ສົ່ງຜົນກະທົບເຖິງໂລກ.
ໄຂ​ກອງ​ປະ​ຊຸມ​ສຸດຍອດ ສຽງ​ເວົ້າ​ທາງ​ທິດ​ໃຕ້ ຄັ້ງ​ທີ 3 - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ  ເຂົ້າຮ່ວມກອງປະຊຸມ (ພາບ: VOV)

ກອງປະຊຸມສຸດຍອດ ສຽງເວົ້າທາງທິດໃຕ້ຄັ້ງທີ 3 ໄດ້ດຳເນີນຕາມຮູບແບບທາງໄກ ພາຍໃຕ້ການເປັນປະທານຂອງ ອິນເດຍ. ຄາດວ່າ ກອງປະຊຸມມີການເຂົ້າຮ່ວມຂອງການນຳກວ່າ 100 ປະເທດທີ່ພວມພັດທະນາ - ບັນດາປະເທດທາງທິດໃຕ້. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກໍໄດ້ເຂົ້າຮ່ວມ ແລະ ມີບົດກ່າວປາໄສໃນກອງປະຊຸມດັ່ງກ່າວ.

        ກອງປະຊຸມມີຫົວຂໍ້ “ທິດໃຕ້ໄດ້ຮັບການມອບສິດເພື່ອອະນາຄົດທີ່ຍືນຍົງ” ໄດ້ປຶກສາຫາລືກ່ຽວກັບບັນດາສິ່ງທ້າທາຍ ທີ່ຍັງສືບຕໍ່ສົ່ງຜົນກະທົບເຖິງໂລກ, ເຊັ່ນ: ການປະທະກັນ, ວິກິດການດ້ານຄວາມໝັ້ນຄົງທາງສະບຽງອາຫານ ແລະ ພະລັງງານ, ການປ່ຽນແປງຂອງດິນຟ້າອາກາດ. ກອງປະຊຸມດັ່ງກ່າວໄດ້ແບ່ງອອກເປັນ 2 ວາລະ, ເຊິ່ງລວມມີ ວາລະປະຊຸມຂອງບັນດາການນຳ ແລະ ວາລະປະຊຸມຂັ້ນລັດຖະມົນຕີ. ນອກຈາກນັ້ນ ຍັງດຳເນີນ 10 ວາລະປຶກສາຫາລືຂັ້ນລັດຖະມົນຕີ ກ່ຽວກັບບັນຫາຫົວຂໍ້ພັດທະນາ.

ຟານຕຸງ - ນັກຂ່າວ VOV ປະຈຳ New Delhi


ຕອບກັບ

ຂ່າວ/ບົດ​ອື່ນ