(ກອງປະຊຸມອະນາຄົດຂອງອາຊີຄັ້ງທີ 19)
(vovworld) - ກອງປະຊຸມອະນາຄົດຂອງອາຊີຄັ້ງທີ 19 ໂດຍໜັງສືພິມ Nikkei ແລະ ສູນຄົ້ນຄວ້າເສດຖະກິດຍີ່ປຸ່ນ (JCER) ຈັດຕັ້ງ, ໄດ້ໄຂຂຶ້ນຢູ່ນະຄອນຫຼວງໂຕກຽວ ຢ່າງເປັນທາງການ, ໃນວັນທີ 23/05. ເຂົ້າຮ່ວມກອງປະຊຸມມີການນຳບັນດາລັດຖະບານ, ວິສາຫະກິດ, ບັນດາອົງການສາກົນ ແລະ ວົງການນັກຮຽນຮູ້ທີ່ມາຈາກຫຼາຍປະເທດໃນພາກພື້ນ. ຄະນະຜູ້ແທນລັດຖະບານຫວຽດນາມ ໂດຍທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ນຳໜ້າ ເຂົ້າຮ່ວມກອງປະຊຸມ. ດ້ວຍຫົວຂໍ້ວ່າ “ອາຊີ ຊອກຫາບັນດາບາດກ້າວເພື່ອມຸ້ງໄປເຖິງການພົວພັນ ແລະ ເຊື່ອມໂຍງຢ່າງແຮງກວ່າ”, ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຈະປຶກສາຫາລືບັນດາບັນຫາກ່ຽວຂ້ອງເຖິງການເຊື່ອມໂຍງ, ການພັດທະນາເສດຖະກິດ ແລະ ສິ່ງທ້າທ້າຍທີ່ມີຕໍ່ຄວາມໝັ້ນຄົງຂອງພາກພື້ນໃນສະພາບການທີ່ການນຳຢູ່ບາງປະເທດມີການປ່ຽນແປງ, ໃນນັ້ນມີຍີ່ປຸ່ນ, ຈີນ ແລະ ສ.ເກົາຫຼີ ກໍຄືຄວາມເຄັ່ງຕຶງໃນການພິດພາດອະທິປະໄຕທີ່ນັບມື້ນັບເພີ່ມຂຶ້ນຢູ່ໃນພາກພື້ນ. ຕາມລາຍການແລ້ວ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ຈະມີບົດກ່າວປາໄສສຳຄັນທີ່ກອງປະຊຸມຄັ້ງນີ້.