(ພາບປະກອບ)
(vovworld) - ວັນທີ 02/07, ຢູ່ບຣຸໄນ, ໄດ້ໄຂເຈລະຈາຮອບທີ 4 ກ່ຽວກັບສັນຍາການຄ້າເສລີລະຫວ່າງຫວຽດນາມ - ສະຫະພາບເອີລົບ (VEFTA). ຮອບເຈລະຈາແກ່ຍາວແຕ່ວັນທີ 02 – 05/07. ເມື່ອແລກປ່ຽນກັບວົງການນັກຂ່າວກ່ອນການເຈລະຈາ, ທ່ານ ເລືອງຮ່ວາງທ້າຍ, ຫົວໜ້າກົມນະໂຍບາຍການຄ້າຫຼາຍຝ່າຍ (ກະຊວງອຸດສາຫະກຳການຄ້າ), ຊີ້ແຈ້ງວ່າ ນີ້ເປັນວາລະທຳອິດທີ່ 2 ຝ່າຍດຳເນີນການເຈລະຈາຢ່າງແທດຈິງ. ທ່ານໃຫ້ຮູ້ວ່າ ໃນການເຈລະຈາ 3 ຮອບກ່ອນແມ່ນເປັນເອກະພາບນຳກັນບັນດາເນື້ອໃນພື້ນຖານກ່ຽວກັບກອບສັນຍາ ເພື່ອຊີ້ແຈ້ງຄວາມຮຽກຮ້ອງຕ້ອງການ, ບັນດາຄວາມປາດຖະໜາຂອງກັນ. ເພາະສະນັ້ນ, ຮອບເຈລະຈາຮອບທີ 4 ນີ້ແມ່ນສຳຄັນທີ່ສຸດໃນການຫັນຈາກການເຈລະຈາ ເຮັດແຈ້ງຜົນປະໂຫຍດເປັນການເຈລະຈາແທດຈິງເພື່ອເປີດປະຕູຕະຫຼາດ. ເພາະສະນັ້ນ, ຈຸດສຸມຂອງຮອບເຈລະຈາທີ 4 ແມ່ນບັນດາບັນຫາສຳຄັນທີ່ສຸດຂອງ 2 ຝ່າຍ, ໃນນັ້ນເອົາໃຈໃສ່ເປັນພິເສດເຖິງ ສິນຄ້າ, ການບໍລິການ, ການລົງທຶນ... ກໍ່ຄືການປົກປ້ອງຊັບສິນທາງປັນຍາ, ບັນດາຂໍ້ກຳນົດລວມກ່ຽວກັບດ້ານການຄ້າ, ສິນຄ້າ. ຕາມທ່ານ ເລືອງຮ່ວາງທ້າຍ ແລ້ວ, 2 ຝ່າຍພວມລໍຖ້າຮອບເຈລະຈາທີ 4 ນີ້, ຫວຽດນາມ ແລະ EU ຈະວາງສີລານຶກເພື່ອສ້າງຕັ້ງສັນຍາການຄ້າເສລີ EU - ຫວຽດນາມ.