ໄຂການແຂ່ງຂັນPianoສາກົນຢູ່ຮ່າໂນ້ຍຄັ້ງທີ3

ໄຂການແຂ່ງຂັນPianoສາກົນຢູ່ຮ່າໂນ້ຍຄັ້ງທີ3 - ảnh 1
ສາດ​ສະ​ດາ Stephan ຂອງ​ເຢຍ​ລະ​ມັນ

(vovworl)- ຕອນ​ຄ່ຳ​ ວັນ​ທີ 4/9 ​ທີ່ສະ​ຖາ​ບັນ​ດົນ​ຕີ​ແຫ່ງ​ຊາດ​ຫວຽດ​ນາມ ຢູ່ຮ່າ​ໂນ້ຍ, ການ​ແຂ່ງ​ຂັນ piano ສາ​ກົນ ຄັ້ງ​ທີ 3 ຖືກ​ໄຂ​ຂຶ້ນ ໂດຍ​ສະ​ຖາ​ບັນ​ດົນ​ຕີ​ແຫ່ງ​ຊາດ​ຫວຽດ​ນາມ, ສະ​ຫະ​ສະ​ມາ​ຄົມ Chopin ຫວຽດ​ນາມ ສົມ​ທົບ​ກັນ​ຈັດ​ຕັ້ງ​ ເພື່ອ​ສືບ​ຕໍ່​ສ້າງ​ກາ​ລະ​ໂອ​ກາດ​​ເພື່ອໃຫ້​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ piano ຫວຽດ​ນາມ ມີ​ໂອ​ກາດ​ໄດ້​ພົບ​ປະ​ແລກ​ປ່ຽນ​ກັບຜູ້​ຫລິ້ນ piano ສາ​ກົນ. ການ​ແຂ່ງ​ຂັນ piano ຄັ້ງນີ້ ໂດຍ ສາດ​ສະ​ດາ​ຈານ, ນັກ​ສິ​ລະ​ປິນ​ປະ​ຊາ​ຊົນ ດັ້ງ​ທາຍ​ເຊີນ ເປັນ​ປະ​ທານ​ກິ​ຕິ​ມະ​ສັກ, ໂດຍ​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ແຂ່ງ​ຂັນ piano 55 ຄົນ​ທີ່​ມາກ​ຈາກ 9 ປະ​ເທດ ແລະ ເຂດ​ແຄ້ວນ ຄື: ຫວຽດ​ນາມ, ຈີນ, ໄຕ້​ຫວັນ, ສິງ​ກະ​ໂປ, ໄທ​, ອິນ​ໂດ​ເນ​ເຊຍ, ຢູ​ແກຼ​ນ, ຍີ່​ປຸ່ນ ແລະ ສ​ ເກົາ​ຫລີ.

 

 

ຂ່າວ/ບົດ​ອື່ນ