ໄຂງານຕະຫຼາດນັດການຄ້າຫວຽດນາມ - ກຳປູເຈຍ 2013

ໄຂງານຕະຫຼາດນັດການຄ້າຫວຽດນາມ - ກຳປູເຈຍ 2013 - ảnh 1
​ໄຂ​ງານ​ຕະຫຼາດນັດ​ການ​ຄ້າ​ຫວຽດນາມ - ກຳປູ​ເຈຍ 2013
(ພາບ: tienphong.vn)


(vovworld) - ນີ້​ແມ່ນ​ການ​ເຄື່ອນ​ໄຫວ​​ເຊິ່ງນອນ​ໃນ​​ໂຄງການ​ສົ່ງ​ເສີມ​ການ​ຄ້າ​ແຫ່ງ​ຊາດ​ປີ 2013 ຂອງ​ລັດຖະບານ​ຫວຽດນາມ ​ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ຍູ້​ແຮງ​ການ​ສົ່ງ​ອອກ​ບັນດາ​ຜະລິດ​ຕະພັນ, ການ​ບໍລິການ​ເຂົ້າ​ຕະຫຼາດ​ກຳ​ປູ້​ເຈຍ ​ແລະ ບັນ​ດາ​ປະ​ເທດ​ອາ​ຊຽນ. ງານ​ຕະຫຼາດນັດ​ໄດ້​ສ້າງ​ເງື່ອນ​ໄຂ​ສະດວກເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ 2 ປະ​ເທດ ​ເພີ່ມ​ທະວີ​ການ​ສົ່ງເສີມດ້ານການ​ຄ້າ, ການ​ລົງທຶນ, ຊຸກ​ຍູ້​ການ​ຮ່ວມ​ມື​ດຳ​ເນີນ​ທຸລະ​ກິດ. ດ້ວຍ​ຫົວ​ຂໍ້​​ວ່າ “ມິດຕະພາບ, ຮ່ວມ​ມື ​ແລະ ພັດທະນາ”, ງານ​ຕະຫຼາດນັດ​ປີ 2013 ນີ້ ​ໄດ້​ມີຮ້ານວາງສະ​ແດງ​ສິນຄ້າ​ເກືອບ 300 ຮ້ານ​ຂອງ​ວິ​ສາ​ຫະກິດກວ່າ 150 ​ແຫ່ງ​ທີ່ແນະນຳ​ບັນດາ​ຜະລິດ​ຕະພັນ, ສິນຄ້າ​ທີ່​ມີ​ຄຸນ​ນະພາ​ບ ​ໃນ​ທຸກ​ຂົງ​ເຂດ​ຄື: ອຸດສາຫະກຳ, ກະສິກຳ, ກົນ​ຈັກ, ການ​ບໍລິການ...

ຂ່າວ/ບົດ​ອື່ນ