ໄຂງານບຸນລະດູໜາວ Fuyu Matsuri ຢູ່ນະຄອນໂຮ່ຈິມິນ


ໄຂງານບຸນລະດູໜາວ Fuyu Matsuri ຢູ່ນະຄອນໂຮ່ຈິມິນ - ảnh 1

(ພາບ: vov)

 (vovworld)- ຕອນ​ເຊົ້າວັນ​ທີ 15/2, ພວກ​ເພື່ອນ​ໜຸ່ມ​ນັບ​ພັນ​ຄົນ​​ໄດ້​ເຂົ້າຮ່ວມງານ​ບຸນ​ລະດູ​ໜາວ Fuyu Matsuri ຢູ່​ຫໍ​ວັດທະນະທຳ​ຊາວ​ໜຸ່ມນະຄອນ​ໂຮ່ຈິ​ມິນ. ງານ​ບຸນ​ດັ່ງ​ຫ່າວ​ຈະ​ດຳ​ເນີນ​​ໃນ​ວັນ​ທີ 15-16/2, ​ແມ່ນ​ໂອກາດ​ເພື່ອ​ໃຫ້​ໄວ​ໜຸ່ມ​ຫວຽດນາມ ຊອກ​ຮູ້ ​ແລະ ພົບ​ປະ​ແລກປ່ຽນ​ດ້ານ​ວັດທະນະທຳ​ຍີ່ປຸ່ນ. ຢູ່​ທີ່​ນີ້, ມີ​ຮ້ານ​ວາງສະ​ແດງ​ຫຼາຍ​ຮ້ານໄດ້​ຂາຍ​ເຄື່ອງ​ຫັດຖະກຳ​ສິລະ​ປະ​ຂອງ​ຍີ່ປຸ່ນ. ​ແຂກ​ທ່ອງ​ທ່ຽວ​ຍັງ​​ໄດ້​ຮັບ​ການ​ແນະນຳ​ນຸ່ງ​ທົດ​ລອງ​ຊຸດ​ອາພອນ​ຕ່າງໆ​ຂອງ​ຍີ່ປຸ່ນ​ຄື: Kimono, Yukata, Furisode… ມີ​ຫຼາຍ​ການ​ເຄື່ອນ​ໄຫວ​ອຸດົມສົມບູນ, ຫຼາຍ​ຮູບ​ຫຼາຍ​ແບບ​ໄດ້ດຶງ​ດູດ​ການ​ເຂົ້າຮ່ວມ​ຂອງ​ໄວ​ໜຸ່ມ​ຄື: ການ​ລະ​ຫຼີ້ນຕ່າງໆ​ໃນ​ງານ​ບຸນ, ​ຮັບ​ປະທານເຍື່ອງ​ອາຫານຂອງ​ຍິ່ປຸ່ນ, ງານ​ປະ​ກວດ​ສຽງ​ເພງ​ດ້ວຍ​ພາສາ​ຍີ່ປຸ່ນ….

ຂ່າວ/ບົດ​ອື່ນ