ໄຂງານພົບປະແລກປ່ຽນເຍົາວະຊົນ ຫວຽດນາມ - ລາວ - ກຳປູເຈຍ

ໄຂງານພົບປະແລກປ່ຽນເຍົາວະຊົນ ຫວຽດນາມ - ລາວ - ກຳປູເຈຍ - ảnh 1
ງານ​ພົບ​ປະ​ແລກປ່ຽນ​ເຍົາວະ​ຊົນ ຫວຽດນາມ - ລາວ - ກຳປູ​ເຈຍ
(ພາບ: tuoitre.vn)


(vovworld) –  ຕອນ​ເຊົ້າ​ວັນ​ທີ 28/07, ມີ​ຜູ້​ແທນ​ກວ່າ 200 ຄົນ ​ເຊິ່ງ​ເປັນ​ເຍົາວະ​ຊົນ​ຂອງ 3 ປະ​ເທດ​ຫວຽດນາມ, ລາວ, ກຳ​ປູ​ເຈຍ ​ໄດ້​ເຂົ້າ​ຮ່ວມ​ງານ​ພົບ​ປະ​ແລກປ່ຽນ​ເຍົາວະ​ຊົນ 3 ປະ​ເທດ​ຫວຽດນາມ, ລາວ, ກຳ​ປູ​ເຈຍ ຄັ້ງ​ທີ 3. ງານ​ພົບ​ປະ​ແລກປ່ຽນ​ເຍົາວະ​ຊົນ​ຄັ້ງ​ນີ້​ດຳ​ເນີນ​ໄປ​ເປັນ​ເວລາ 5 ວັນ ​ແຕ່​ວັນ​ທີ 31/07. ນີ້​ແມ່ນ​ງານ​ພົບ​ປະ​ແລກປ່ຽນ​ທີ່​ແທດ​ຈິງ, ທັງ​ເປັນແຫ່ງ​ເພື່ອ​ໃຫ້ພວກ​ເຍົາວະ​ຊົນ ສາມາດ​ຊອກ​ຮູ້​ວັດ​ທະນະ​ທຳ​ຂອງ​ບັນດາ​ປະ​ເທດ, ທັງ​ສຶກສາ​ໃຫ້​ເຍົາວະ​ຊົນມີຄວາມ​ເຂົ້າ​ໃຈ, ຮ​ັກສາ​ນ້ຳ​ໃຈ​ສາມັກຄີ​ລະຫວ່າງ 3 ປະ​ເທດ. ທີ່​ພິທີ​ໄຂ, ​ເຍົາວະ​ຊົນ 3 ປະ​ເທດ ພ້ອມ​ກັນຖະ​ຫວາຍ​ທູບ​ທຽນ, ​​ດອກ​ໄມ້​ຢູ່​ອະນຸສາ​ວະລີ​ປະທານ​ໂຮ່ຈິ​ມິນ ​ໃນ​ຫໍພິພິດ​ຕະພັນ​ໂຮ່ຈິ​ມິນ…

ຂ່າວ/ບົດ​ອື່ນ