ໄຂງານມະໂຫລານ ມິດຕະພາບ ປຊຊ ຫວຽດນາມ -ອິນເດຍຄັ້ງທີ 6
Ánh Huyền -  
(ພາບ: vietnamplus.vn)
(vovworld)- ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງຫວຽດນາມ-ອິນເດຍ ແມ່ນຊັບສົມບັດລວມອັນລ້ຳຄ່າຂອງສອງຊາດ. ພົນລະເມືອງຫວຽດນາມ-ອິນເດຍ ທຸກຄົນຕ້ອງເຄົາລົບ, ມີຄວາມຮັບຜິດຊອບຮັກສາ ແລະ ເສີມຂະຫຍາຍຊັບສົມບັດ ທີ່ມີຄ່າດັ່ງກ່າວ. ນັ້ນແມ່ນສານໄດ້ຍົກອອກມາທີ່ງານມະໂຫລານມິດຕະພາບ ປຊຊ ຫວຽດນາມ-ອິນເດຍ ຄັ້ງທີ 6 ຊື່ງໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 21/10 ຢູ່ຮ່າໂນ້ຍ.
ກ່າວຄຳເຫັນທີ່ພິທີໄຂ, ທ່ານຮ່າມິເຮ້ວ (Hà Minh Huệ) ຮອງປະທານສະມາຄົມມິດຕະພາບ ຫວຽດນາມ-ອິນເດຍ ຊີ້ແຈງວ່າ: ງານມະໂຫລານແມ່ນໂອກາດເພື່ອໃຫ້ ປຊຊ ສອງປະເທດປຶກສາຫາລື, ສະເໜີບັນດາມາດຕະການເພື່ອແນໃສ່ຊຸກຍູ້ ແລະ ເພີ່ມທະວີການພົວພັນລະຫວ່າງ ປຊຊ ສອງປະເທດເວົ້າລວມ ແລະ ອົງການຈັດຕັ້ງ ປຊຊ ສອງປະເທດເວົ້າສະເພາະ, ປະກອບສ່ວນເຮັດໃຫ້ບັນດາຂໍ້ຕົກລົງທີ່ບັນລຸໄດ້ລະຫວ່າງການນຳຂັ້ນສູງສອງປະເທດປະກົດຜົນເປັນຈິງ.
ໃນສານສົ່ງເຖິງງານມະໂຫລານ, ທ່ານ Devi Prassad Tripathi ເລຂາທິການໃຫ່ຍພັກຄອງເກດ, ຮອງປະທ່ານອົງການສັນຕິພາບ ແລະ ສາມັກຄີທົ່ວປະເທດອິນເດຍ ເນັ້ນນັກວ່າ:
“ໃນສະພາບການທີ່ທົ່ວໂລກພວມມີການປ່ຽນແປງຢ່າງໄວວານັ້ນ, ຕ້ອງເພີ່ມທະວີ ແລະ ພັດທະນາການພົວພັນສອງຝ່າຍໃນທຸກຂົງເຂດ. ການພົບປະຄັ້ງຕ່າງໆຂັ້ນລັດຖະບານນັບມື້ນັບຫຼາຍຂຶ້ນແຕ່ຍັງບໍ່ທັນພຽງພໍເທື່ອ. ສັນຍາຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດໄດ້ຮັບການລົງນາມໃນປີ 2007 ແມ່ນຂີດໝາຍສຳຄັນໃຫ້ແກ່ການເພີ່ມທະວີການພົວພັນລະຫວ່າງອິນເດຍ-ຫວຽດນາມ ແລະ ການພົວພັນນີ້ຕ້ອງໄດ້ຮັບການເພີ່ມທະວີຫຼາຍກ່ວາອີກໃນທັງເສທີປາໄສສອງຝ່າຍ ແລະ ຫຼາຍຝ່າຍ, ພິເສດແມ່ນຕ້ອງພັດທະນາການພົວພັນ ປຊຊ“.
Ánh Huyền