( vovworld ) - ຕອນຄໍ່າວັນທີ 13/6, ຢູ່ຮ່າໂນ້ຍ ໄດ້ຈັດພິທີໄຂງານມະໂຫລານກະຈາຍສຽງທົ່ວປະເທດຄັ້ງທີ 10 ປີ 2012. ນີ້ແມ່ນການເຄື່ອນໄຫວວິຊາການຖືກຈັດຂຶ້ນ 2 ປີເທື່ອໜື່ງຂອງຂະແໜງກະຈາງສຽງ, ເພື່ອຄົ້ນພົບ, ເຊີດຊູບັນດານັກປະພັນ, ບົດປະພັນຂອງຜູ້ທີ່ເຮັດວຽກກະຈາຍສຽງໃນທົ່ວປະເທດ.
ງານມະໂຫລານຄັ້ງນີ້ ໂດຍວິທະຍຸກະຈາຍສຽງຫວຽດນາມ ສົມທົບກັບວິທະຍຸກະຈາຍສຽງ ແລະ ໂທລະພາບຮ່າໂນ້ຍ ຈັດຕັ້ງໃນລະຫວ່າງວັນທີ 13 – 15/6/2012. ມີບົດປະພັນ 263 ບົດຂອງວິທະຍຸກະຈາຍສຽງ, ໂທລະພາບໃນທົ່ວປະເທດ ແລະ 14 ຫົວໜ່ວຍສັງກັດວິທະຍຸກະຈາຍສຽງຫວຽດນາມເຂົ້າຮ່ວມ. ຄະນະຈັດຕັ້ງໄດ້ເລືອກເຟັ້ນ 193 ບົດເຂົ້າຮອບສຸດທ້າຍ. ຄະນະຈັດຕັ້ງຈະມອບລ້າງວັນຄຳ 16 ລາງວັນ, ລາງວັນເງິນ 30 ລາງວັນ, ລາງວັນທອງ 70 ລາງວັນ ແລະ ໃບຍ້ອງຍໍ 77 ໃບໃຫ້ແກ່ບັນດາບົດປະພັນທີ່ດີເດັ່ນຢູ່ງານມະໂຫລານ.