ໄຂງານວາງສະແດງຂີດໝາຍສະຖາປັດຕະຍາກຳ ຝລັ່ງ ຢູ່ ໄຊງ່ອນ -ນະຄອນໂຮ່ຈີມິນ

(VOVWORLD) - ນະຄອນໂຮ່ຈີມິນ - ໄຊງ່ອນ ເຄີຍໄດ້ຮັບຖືວ່າແມ່ນເພັດມະນີຢູ່ເຂດຕາເວັນອອກໄກ, ແມ່ນ ນະຄອນຫຼວງ ປາຣີ ຫຍໍ້ລົງ

ໄຂງານວາງສະແດງຂີດໝາຍສະຖາປັດຕະຍາກຳ ຝລັ່ງ ຢູ່ ໄຊງ່ອນ -ນະຄອນໂຮ່ຈີມິນ - ảnh 1 ພິທີເປີດສະຫຼອງງານວາງສະແດງ

(ພາບ:Xuân Khu/TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງ 320 ປີແຫ່ງວັນ ໄຊງ່ອນ -  ຢາດິ້ງ - ນະຄອນໂຮ່ຈີມິນ, 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຝລັ່ງ (1973 – 2018) ແລະ ຂ່ຳນັບຊົມເຊີຍການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ສ ຝລັ່ງ ຢູ່ ຫວຽດນາມ ຢ່າງເປັນທາງການ, ຕອນເຊົ້າວັນທີ 4 ພະຈິກ, ຢູ່ຖະໜົນທາງຍ່າງ ຫງວຽນເຫ້ວ, ກະຊວງພາຍໃນ ຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ແລະ ສະຖານກົງສູນໃຫຍ່ ຝລັ່ງ ປະຈຳ ນະຄອນໂຮ່ຈີມິນ ຈັດຕັ້ງງານວາງສະແດງ “ຂີດໝາຍສະຖາປັດຕະຍາກຳ ຝລັ່ງ ຢູ່ ໄຊງ່ອນ - ນະຄອນໂຮ່ຈີມິນ”.

        ກ່າວຄຳເຫັນທີ່ງານວາງສະແດງ, ທ່ານ Vincent Floreani, ຫົວໜ້າສະຖານກົງສູນໃຫຍ່ ຝລັ່ງ ປະຈຳນະຄອນໂຮ່ຈີມິນ ເວົ້າວ່າ:

        “ນະຄອນໂຮ່ຈີມິນ - ໄຊງ່ອນ ເຄີຍໄດ້ຮັບຖືວ່າແມ່ນເພັດມະນີຢູ່ເຂດຕາເວັນອອກໄກ, ແມ່ນ ນະຄອນຫຼວງ ປາຣີ ຫຍໍ້ລົງ, ດັ່ງນັ້ນ, ງານວາງສະແດງຄັ້ງນີ້ສະແດງໃຫ້ພວກເຮົາເຫັນຄວາມເປັນຫຼາຍຮູບຫຼາຍສີຂອງນະຄອນ ໂຮ່ຈີມິນ ແລະ ຄວາມຫຼາຍຮູບຫຼາຍສີນັ້ນໄດ້ຮັບການສ້າງຕັ້ງຄືແນວໃດ. ນັ້ນແມ່ນຊັບສົມບັດອັນລ້ຳຄ່າ, ແມ່ນຄວາມສາມາດບົ່ມຊ້ອນພັດທະນາອັນໃຫຍ່ຫຼວງຂອງນະຄອນ. ບັນດາເຫດການຄືເຫດການນີ້ແມ່ນໂອກາດເພື່ອໃຫ້ພວກເຮົາພ້ອມກັນຫວນຄືນບັນດາຜົນງານທີ່ບັນລຸໄດ້ ແລະ ເພີ່ມທະວີການພົວພັນຮ່ວມມືລະຫວ່າງ 2 ປະເທດອີກດ້ວຍ.”

ຕອບກັບ

ຂ່າວ/ບົດ​ອື່ນ