ໄຂງານວາງສະແດງ“ຜະລິດຕະພັນທີ່ມີຫົວຄິດປະດິດສ້າງຂອງຊູແອດ”

ໄຂງານວາງສະແດງ“ຜະລິດຕະພັນທີ່ມີຫົວຄິດປະດິດສ້າງຂອງຊູແອດ” - ảnh 1
ທ່ານ​ນາງ Camilla Mellander, ເອກ​ອັກ​ຄະ​ລັດ​ຖະ​ທູດ ຊູ​ແອດ​ປະ​ຈຳ ຫວຽດ​ນາມ ຕັດ​ແຖບ​ຜ້າ​ໄຂ​ງານ​ວາງ​ສະ​ແດງ
(ພາບ: dantri.com.vn)

(vovworld) - ໄຂ​ງານ​ວາງ​ສະ​ແດງ “​​ຜະ​ລິດ​ຕະ​ພັນ​ທີ່​ມີ​ຫົວ​ຄິດປະ​ດິດ​ສ້າງ​​ຂອງຊູ​ແອດ”, ໂດຍ​ສະ​ຖານ​ທູດ ຊູ​ແອດ ແລະ ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ສົມ​ທົບ​ກັນ​ຈັດ​ຕັ້ງ​ຢູ່​ນະ​ຄອນ ໂຮ່​ຈີ​ມິນ, ໃນ​​ຕອ​ນ​ເຊົ້າ​ວັນ​ທີ 10/11, ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 45 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ ປະ​ຊາ​ຊົນ ຫວຽດ​ນາມ ແລະ ຊູ​ແອດ. ງານ​ວາງ​ສະ​ແດງນີ້​ໄດ້​ນຳ​ມາ​ວາງ​ສະ​ແດງ​ບັນ​ດາ​ຜະ​ລິດ​ຕະ​ພັນ​ໃຫມ່​ສຸດ​ໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ ແລະ ໂທ​ລະ​ຄົມ, ວິ​ທະ​ນາ​ສາດ, ເຕັກ​ໂນ​ໂລ​ຢີ​ສະ​ອາດ ແລະ ລາຍ​ການຫຼິ້ນເກັ​ມ ໂດຍ​ບໍ​ລິ​ສັດ​ຫາກໍ່​ໄດ້​ສ້າງ​ຕັ້ງ​ຢູ່ ຊູ​ແອດ 20 ແຫ່ງ​ຜະ​ລິດ​ຂຶ້ນ. ໃນ​ຂ​ອ​ບ​ເຂດ​ລາຍ​ການນີ້, ມີຫຼາຍ​ເຫດ​ກາ​ນ​ຈະ​ໄດ້​ຮັບ​ການ​ຈັດ​ຕັ້ງ​ໃນ​ຕະຫຼອດ 3 ​ອາ​ທິດ​ແຕ່ນີ້​ຮອດ​ວັນ​ທີ 30/11, ເຊິ່ງ​ລວມ​ມີ​ກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ຄົມ​ມະ​ນາ​ຄົມ​ໝັ້ນ​ຄົງ, ​ການສື່​ສານ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ຫລຸດ​ຜ່ອນ​ໄພ​ພິ​ບັດ​ທຳ​ມະ​ຊາດ, ​ການສຶກ​ສາ… ນອກ​ຈາກນັ້ນ​ຍັງ​ມີ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ​ຄື ງານ​ມະ​ໂຫລານ​ສາຍ​ຟິມ​ຮູບ​ເງົາ​ຂອງ ຊູ​ແອດ, ​ການແຂ່ງ​ຂັນຫຼິ້ນ​ເກັມ ແລະ ງານ​ມະ​ໂຫລານ​ດົນ​ຕີ ເອີ​ລົບ.



ຂ່າວ/ບົດ​ອື່ນ