ໄຂ​ງານ​ວາງ​ສະ​ແດງ​ພາບ​ຖ່າຍ, ພາບ​ແຕ້ມ​ການ​ທ່ອງ​ທ່ຽວ 6 ແຂວງ ຫວຽດ​ບັກ

(VOVWORLD) - ງານວາງແດງມີ ຜົນງານວິຈິດສິນ ແລະ ພາບຖ່າຍ 120 ຢ່າງຂອງບັນດານັກສິລະປິນທີ່ມາຈາກ 6 ແຂວງຄື: ບັກກ້ານ, ກາວບັ່ງ, ລ້າງເຊີນ, ຕວຽນກວາງ, ຮ່າຢາງ ແລະ ໄທງວຽນ. 
ໄຂ​ງານ​ວາງ​ສະ​ແດງ​ພາບ​ຖ່າຍ, ພາບ​ແຕ້ມ​ການ​ທ່ອງ​ທ່ຽວ 6 ແຂວງ  ຫວຽດ​ບັກ - ảnh 1ພິທີໄຂງານວາງສະແດງ (ພາບ: VOV)

ງານວາງສະແດງພາບຖ່າຍ, ພາຍແຕ້ມການທ່ອງທ່ຽວ 6 ແຂວງຫວຽດບັກໄດ້ໄຂຂຶ້ນໃນວັນທີ 24 ສິງຫາ, ຢູ່ແຂວງ ບັກກ້ານ. ເຫດການນອນໃນຂອບເຂດໂຄງການ “ການທ່ອງທ່ຽວຜ່ານບັນດາເຂດມໍລະດົກຫວຽດບັກຄັ້ງທີ XV”. ງານວາງສະແດງເປີດປະຕູໂດຍບໍ່ເສຍຄ່າຮອດວັນທີ 29 ສິງຫາຢູ່ຫໍວັດທະນະທຳແຂວງບັກກ້ານ.

ງານວາງແດງມີ ຜົນງານວິຈິດສິນ ແລະ ພາບຖ່າຍ 120 ຢ່າງຂອງບັນດານັກສິລະປິນທີ່ມາຈາກ 6 ແຂວງຄື: ບັກກ້ານ, ກາວບັ່ງ, ລ້າງເຊີນ, ຕວຽນກວາງ, ຮ່າຢາງ ແລະ ໄທງວຽນ. ບັນດາຜົນງານມີຫຼາຍຊະນິດ ໄດ້ສະແດງໃຫ້ເຫັນ ຈຸດວັດທະນະທຳທີ່ເປັນເອກະລັກສະເພາະ, ທິວທັດທຳມະຊາດ ກໍ່ຄືການພັດທະນາໂດຍໄວຂອງບັນດາແຂວງໃນເຂດ. ຈິດຕະກອນ ເຈິ່ນຮັ່ງ, ສະມາຊິກສະມາຄົມວັນນະຄະດີ ສິລະປະແຂວງ ບັກກ້ານ ໃຫ້ຮູ້ວ່າ:

ບັນດາຜົນງານຢູ່ທີ່ນີ້ແມ່ນອຸດົມສົມບູນທີ່ສຸດ, ມີເນື້ອໃນ, ມີຄວາມໝາຍເຊິ່ງຢາກສົ່ງສານກ່ຽວກັບວັດທະນະທຳເຂດພາກ, ກ່ຽວກັບປະຊາຊົນ ແລະ ທິວທັດທຳມະຊາດ ຢູ່ເຂດພໍ່ແມ່ປະຊາຊົນພວມດຳລົງຊີວິດໄປຍັງທ່ານຜູ້ຊົມ. ບັນດາຜົນງານທີ່ເຂັ້ມຂຸ້ນໄປດ້ວຍມໍລະດົກເຂດພູສູງທາງທິດເໜືອ.

ຕອບກັບ

ຂ່າວ/ບົດ​ອື່ນ