ພິທີປຸກລະດົມສັບປະດາທ່ອງທ່ຽວມ້ອງກ້າຍ 2015
|
(vovworld)- ຕອນເຊົ້າວັນທີ 28/4 ຢູ່ນະຄອນມ້ອງກ້າຍ, ແຂວງ ກວາງນິງ ໄດ້ໄຂສັບປະດາທ່ອງທ່ຽວມ້ອງກ້າຍ 2015 . ສັບປະດາທ່ອງທ່ຽວມ້ອງກ້າຍ 2015 ຖືກຈັດຂຶ້ນເພື່ອຈຸດປະສົງໂຄສະນາຮູບພາບກ່ຽວກັບເຂດດິນ, ປະຊາຊົນ, ບັນດາຜະລິດຕະພັນທ່ອງທ່ຽວຂອງນະຄອນ. ທ່ານນາງຝ້າມທິແອງ ຮອງຫົວໜ້າພະແນກວັດທະນະທຳ ກິລາ ມ້ອງກ້າຍ ໃຫ້ຮູ້ວ່າ :
“ ພວກຂ້າພະເຈົ້າສືບຕໍ່ສ້າງເຄື່ອງໝາຍການທ່ອງທ່ຽວ ມ້ອງກ້າຍ ຕິດພັນກັບຄຳຂວັນທີ່ວ່າ : ສະໜິດສະໜົມ, ໄວ້ເນືຶ້ອເຊື່ອໃຈ ແລະ ສະດວກສະບາຍ . ພ້ອມກັນນັ້ນ ກໍສຸມໃສ່ຄຸ້ມຄອງ, ຂຸດຄົ້ນ 3 ສາຍທ່ອງທ່ຽວ, 12 ສະຖານທີ່ທ່ອງທ່ຽວຂອງນະຄອນ, ກໍຄືຂະຫຍາຍບັນດາໂຮງແຮມ, ຜະລິດຕະພັນທ່ອງທ່ຽວຂອງນະຄອນ ເພື່ອຮັບປະກັນແຜນຮ່າງຊຶ່ງນະຄອນໄດ້ເຊັນອະນຸມັດ”