ໄຂສັບປະດາລາຊະອານາຈັກອັງກິດຢູ່ ນະຄອນໂຮ່ຈິມີນ

ໄຂສັບປະດາລາຊະອານາຈັກອັງກິດຢູ່ ນະຄອນໂຮ່ຈິມີນ - ảnh 1
ກອງສິລະປະກອນອັງກິດ Candoco
ພາບ:internet

(vovworld)- ກ່າວ​ຄຳ​ເຫັນ​ທີ່​ພິທີ​ຊົມ​ເຊີຍ​ເຫດການ​ “ ສັບປະດາ​ລາຊະ​ອານາ​ຈັກ​ອັງກິດ​ຢູ່ ນະຄອນ​ໂຮ່ຈິ​ມີນ ​​” ​ໃນ​ຕອນ​ຄຳ່​ວັນ​ທີ 2/10, ທ່ານ Douglas Barnes ຫົວຫນ້າ​ກົງ​ສູນ​ໃຫຍ່​ລາຊະ​ອານາ​ຈັກ ອັງກິດ​ຢູ່​ນະຄອນ ​ໂຮ່ຈິ​ມີນ ​ເນັ້ນ​ຫນັກ​ເຖິງ​ສາຍ​ພົວພັນ​ອັນ​ດີງາ​ມລະຫວ່າງ ຫວຽດນາມ ​ແລະ ລາຊະ​ອານາ​ຈັກ ອັງກິດ ພວມ​ພັດທະນາ​ໃນ​ທຸກ​ດ້ານ. ຕາມ​ທ່ານ Douglas Barnes, ຄະນະ​ນັກທຸລະກິດ ຂອງ​ອັງກິດ​ ຕາງຫນ້າ​ໃຫ້ 3 ຂົງ​ເຂດ​ຕົ້ນຕໍ​ຄື: ຂະ​ແຫນງ​ອຸດສາຫະກຳ​ປະດິດ​ສ້າງ, ການ​ສຶກສາ ​ແລະ ຂາຍຍ່ອຍ ​ໄດ້​ມາ​ຫວຽດນາມ ​ເພື່ອ​ຊອກ​ຮູ້​ບັນດາ​ກາລະ​ໂອກາດ​ດຳ​ເນີນ​ທຸລະ​ກິດ​ຢູ່​ຫວຽດນາມ ​ແລະ ຊຸກຍູ້​ການ​ຮ່ວມ​ມື​ກັບ​ບັນດາ​ວິ​ສາ​ຫະກິດ​ທ້ອງ​ຖິ່ນ ​ເນື່ອງ​ໃນ​ໂອກາດ​ສັບປະດາ​ອັງກິດ​ຢູ່​ນະຄອນ ​ໂຮ່ຈີ​ມີນ.  ຕີ​ລາຄາ​ສູງ​ເລື່ອງ​ກົງ​ສູນ​ໃຫຍ່​ອັງກິດ​ຈັດ​ຕັ້ງ​ສັບປະດາ​ອັງກິດ​ຢູ່ ນະຄອນ ​ໂຮ່ຈີ​ມີນ, ທ່ານ ​ເລ​ແມ້ງ​ຮ່າ ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈິ​ມີນ ຖື​ວ່າ: ນີ້​ແມ່ນ​ກາລະ​ໂອກາດ​ເຊື່ອມ​ຕໍ່​ການ​ຮ່ວມ​ມື​ລະຫວ່າງ​ວິ​ສາ​ຫະກິດ​ສອງ​ປະ​ເທດ ກໍ​ຄື​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ນະຄອນ ​ໂຮ່ຈີ​ມີນກັບ ອັງກິດ ນັບ​ມື້​ນັບ​ພັດທະນາ​ໃນ​ໄລຍະ​ຈະ​ມາ​ເຖິງ.

 

ຂ່າວ/ບົດ​ອື່ນ