ໄຂສັບປະດາວັດທະນະທຳ-ທ່ອງທ່ຽວດັກນົງ

ໄຂສັບປະດາວັດທະນະທຳ-ທ່ອງທ່ຽວດັກນົງ - ảnh 1
ງານບຸນໃນສັບປະດາວັດທະນະທຳທ່ອງທ່ຽວດັກນົງ
ພາບ:vtv


(vovworld)- ຕອນ​ຄຳ່​ວັນ​ທີ 23/7, ຢູ່​ເຂດ​ທ່ອງ​ທ່ຽວ ລຽງ​ນູງ ຕາ​ແສງ ດັກ​ເນຍ ​ເທດສະບານ ຢາ​ເຫ​ງ້ຍ, ຄະນະ​ກຳມະການ​ປະຊາຊົນ​ແຂວງ ດັກ​ນົງ ​ໄດ້​ດຳ​ເນີນ​ພິທີ​ໄຂ​ສັບປະດາ​ວັດທະນະທຳ ທ່ອງ​ທ່ຽວ ດ້ວຍ​ຫົວ​ເລື່ອງ​ວ່າ: ຄົ້ນ​ຫາ​ເຂດ​ພູ​ພຽງ​ M’nong. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ຕອບ​ສະຫນອງ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ປີ 2014 ​ໄຕ​ງວຽນ-​ດາລາ​ດ. ພາຍຫລັງ​ພິທີ​ໄຂ, ນັກ​ສິລະ​ປິນ ​ແລະ ນັກ​ສິລະ​ປະການ​ເກືອບ 200 ຄົນ ​ໄດ້​ສະ​ແດງ​ ​ບັນດາ​ລາຍການ​ສິລະ​ປະ, ລ່ັນຄ້ອງ, ຮ້ອງ​ລຳ​ທຳ​ເພງ​ພື້ນ​ເມືອງ​ຂອງ​ຊາວ​ເຜົ່າ M’nong  ອັນໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ເຂົ້າ​ຊົມ​ເປັນ​ຈຳນວນ​ຫລວງຫລາຍ. ນາງ ລວນ​ທິກຽວ, ນັກ​ທ່ອງ​ທ່ຽວ​ມາ​ຈາກ​ແຂວງ ກວ໋າງນີງ ​ໃຫ້​ຮູ້​ວ່າ:

        “ຂ້າພະ​ເຈົ້າ​ແມ່ນ​ນັກ​ທ່ອງ​ທ່ຽວ​ມາ​ຈາກ​ພາກ​ເຫນືອ ​ແລະ ​ເປັນ​ຄັ້ງ​ທຳ​ອິດ​ຂ້າພະ​ເຈົ້າ​ໄດ້​ເຂົ້າຮ່ວມ​ງານ​ບຸນ​ປະ​ເພນີ​ຂອງ​ຊາວ​ເຜົ່າ ​ໄຕ​ງວຽນ ທີ່​ປະ​ທັບ​ໃຈ​ ​ແລະ ​ເປັນ​ເອກະລັກ​ສະ​ເພາະ. ຂ້າພະ​ເຈົ້າ​ປາດ​ຖະຫນາ​ວ່າ ບັນດາ​ງາ​ນບຸນ​ຄື​ແນວ​ນີ້ ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ຮັກສາ​ ​ແລະ ​ເສີມ​ຂະຫຍາຍ​ສີສັນ​ວັດທະນະທຳ​ຂອງ​ຊາວ​ເຜົ່າ​ໄຕ​ງວຽນ​ ​ແລະ ສ້າງ​ຄວາມ​ສາມັກຄີ​ລະຫວ່າງ​ບັນດາ​ເຜົ່າ.”

 

 

ຕອບກັບ

ຂ່າວ/ບົດ​ອື່ນ