ໄຂສັບປະດາຮູບເງົາກ່ຽວກັບປະທານໂຮ່ຈິມີນໃຫ້ແກ່ຊາວຫນຸ່ມເຍົາວະຊົນອະນຸຊົນ

ໄຂສັບປະດາຮູບເງົາກ່ຽວກັບປະທານໂຮ່ຈິມີນໃຫ້ແກ່ຊາວຫນຸ່ມເຍົາວະຊົນອະນຸຊົນ - ảnh 1
ປະ​ທານ​ໂຮ່​ຈິ​ມີນ
ພາບ​ເອ​ກະ​ສານ

(vovworld)- ໃນ​ຂອບ​ເຂດ​ການ​ເຄ​ື່ອນ​ໄຫວ​ໄວ​ຫນຸ່ມ​ເພື່ອ​ເຂດ​ທະ​ເລ​ໝູ່​ເກາະ​ຂອງ​ບ້ານ​ເກີດ​ເມືອງນອນ, ຕອນ​ຄ່ຳ​ວັນ​ທີ 5/5 ຢູ່ ສູນ​ວັດ​ທະ​ນະ​ທຳ​ເມືອງ 6 ນະ​ຄອນ​ໂຮ່​ຈິ​ມີນ, ສູນ​ກາງ​ຊາວ​ຫນຸ່ມກອມ​ມູ​ນິດ​ໂຮ່​ຈິ​ມິນ ໄດ້​ໄຂ​ສັບ​ປະ​ດາ​ຮູບ​ເງົາ​ກ່ຽວ​ກັບ​ປະ​ທານ​ໂຮ່​ຈິ​ມີນ ໃຫ້​ແກ່​ຊາວ​ຫນຸ່ມ​ເຍົາ​ວະ​ຊົນ​ອະ​ນຸ​ຊົນ. ບັນ​ດາ​ຮູບ​ເງົາ​ແມ່ນ​ຫົວ​ເລື່ອງ​ກ່ຽວ​ກັບ​ປະ​ຫວັດ​ສາດ​ປະ​ຕິ​ວັດ, ກ່ຽວ​ກັບ​ປະ​ທານ​ໂຮ່​ຈິ​ມີນ ແລະ ໄວ​ຫນຸ່ມ​ຫວຽດ​ນາມ ໃນ​ວິ​ວັດ​ການ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ຜ່ານນັ້ນ ສ້າງບັ້ນ​ດຳ​ເນີນ​ຊີ​ວິດ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ, ສຶກ​ສ​າ​ກ່ຽວ​ກັບ​ອຸ​ດົມ​ຄະ​ຕິ​ການ​ປະ​ຕິ​ວັດ, ມູນ​ເຊື້ອ​ຮັກ​ຊາດ, ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຕໍ່​ຊາດ, ລະ​ດົມ​ຊາວ​ຫນຸ່ມ, ເຍົາ​ວະ​ຊົນ​ອອກ​ແຮງ​ແຂ່ງ​ຂັນ​ສ້າງ​ຜົນ​ງານ​ໃນ​ຂະ​ບວນ​ການ​ຮ່ຳ​ຮຽນ ແລະ ປະ​ຕິ​ບັດ​ຕາມ​ແບບ​ຢ່າງ​ຄຸນ​ສົມ​ບັດ, ​ວິ​ຖີ​ຊີ​ວິດ​ຂອງ​ປະ​ທານ​ໂຮ່​ຈິ​ມິນ.

ຂ່າວ/ບົດ​ອື່ນ