ທ່ານ ຫງວຽນຮົ່ງເຈື່ອງ, ຮອງລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງຫວຽດນາມ
|
(vovworld)- ຕອນເຊົ້າວັນທີ 15/5, ເວທີປາໄສການຮ່ວມມືເສດຖະກິດອ່າວພາກເຫນືອ ເປີດກວ້າງຄັ້ງທີ 8 ຖືກໄຂຂຶ້ນຢູ່ນະຄອນ ໜານຫນີງ ປະເທດຈີນ ໂດຍມີການເຂົ້າຮ່ວມຂອງຜູ້ແທນປະມານ 200 ຄົນມາຈາກຈີນ ແລະ ປະເທດອາຊີຕາເວັນອອກສ່ຽງໃຕ້ຈຳນວນຫນຶ່ງ. ເວທີປາໄສໄດ້ສຸມໃສ່ບັນຫາຜັນຂະຫຍາຍ“ການຮ່ວມມືເສດຖະກິດອ່າວພາກເຫນືອເປີດກວ້າງ” ໃນ 8 ປີຜ່ານມາ, ວິທີຮ່ວມສຳພັນລະຫວ່າງ “ການຮ່ວມມືເສດຖະກິດອ່າວພາກເຫນືອເປີດກວ້າງ” ກັບການຜັນຂະຫຍາຍຂໍ້ລິເລີ່ມຂອງການນຳຂັ້ນສູງຈີນ ກ່ຽວກັບເສັ້ນທາງການຄ້າບົນທະເລຕາເວັນອອກໃນສັດຕະວັດທີ 21”. ເຂົ້າຮ່ວມແລະກ່າວຄຳເຫັນໄຂເວທີປາໄສ, ທ່ານ ຫງວຽນຮົ່ງເຈື່ອງ, ຮອງລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງຫວຽດນາມ, ຫົວຫນ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມເວທີປາໄສໄດ້ຢືນຢັນວ່າ: ຫວຽດນາມ ພ້ອມແລ້ວ ຮ່ວມມືກັບຈີນ ແລະ ບັນດາປະເທດ ອາຊຽນ ຜັນຂະຫຍາຍ“ການຮ່ວມມືເສດຖະກິດອ່າວພາກເຫນືອເປີດກວ້າງ”, ສະເຫນີບັນດາປະເທດ ຄວນສືບຕໍ່ຮ່ວມມືຢ່າງແຫນ້ນແຟ້ນໃນບັນດາຂົງເຂດບຸລິມະສິດ. ກ່ຽວກັບສະພາບການຢູ່ທະເລຕາເວັນອອກໃນໄລຍະມໍ່ໆມານີ້, ທ່ານຫງວຽນຮົ່ງເຈື່ອງ ຖືວ່າ: ຄວນຮັກສາສະຖຽນລະພາບດ້ານການເມືອງ ແລະ ສ້າງສາ, ປັບປຸງສະພາບແວດລ້ອມຢ່າງສະດວກໃຫ້ແກ່ສັນຕິພາບ, ການຮ່ວມມື ບົນຫລັກການສະເຫມີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ເຄົາລົບກົດໝາຍສາກົນ, ເອກະລາດ ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງບັນດາປະເທດເຂົ້າຮ່ວມ.