ໄຂເວທີປາໄສວິທະຍາສາດນັກສຶກສາສາກົນນະຄອນ ໂຮ່ຈີມິນ

(VOVWORLD) - ດ້ວຍຫົວຂໍ້ວ່າ ການປະຕິວັດ ອຸດສາຫະກຳ 4.0 ແລະ ສ້າງນະຄອນ ທັນສະໄໝ, ເວທີປາໄສວິທະຍາສາດນັກສຶກສາສາກົນ ນະຄອນໂຮ່ຈີມິນ ຄັ້ງທີ 2 ໄຂຂຶ້ນໃນຕອນເຊົ້າວັນທີ 22 ມິຖຸນາ, ຢູ່ນະຄອນ ໂຮ່ຈີມິນ. 
ໄຂເວທີປາໄສວິທະຍາສາດນັກສຶກສາສາກົນນະຄອນ ໂຮ່ຈີມິນ - ảnh 1 ພາບປະກອບ

ນີ້ແມ່ນການເຄື່ອນໄຫວ ເພື່ອແນໃສ່ສ້າງກາລະໂອກາດພົວພັນແລກປ່ຽນ, ຮ່ຳຮຽນ, ມີຫົວຄິດປະດິດສ້າງລະຫວ່າງນັກສຶກສາ ຫວຽດນາມ ກັບນັກສຶກສາສາກົນ ກໍ່ຄືນັກສຶກສາ ຫວຽດນາມ ພວມຮ່ຳຮຽນຢູ່ຕ່າງປະເທດ. ອ້າຍ ເຈີ່ນດຶກຊື້, ຮອງຜູ້ອຳນວຍການສູນພັດທະນາວິທະຍາສາດເຕັກໂນໂລຢີໜຸ່ມຂຶ້ນກັບຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ, ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າຢາກຊອກຮູ້ໃຫ້ບັນດາເພື່ອນນັກສຶກສາບັນດາມາດຕະການ, ແນວຄວາມຄິດມຸ່ງໄປເຖິງຫົວຂໍ້ຂອງເວທີປາໄສປີນີ້ນັ້ນແມ່ນການປະຕິວັດອຸດສາຫະກຳຄັ້ງທີ 4 ແລະ ການກໍ່ສ້າງນະຄອນທັນສະໄໝ. ນີ້ກໍ່ແມ່ນແຜນນະໂຍບາຍໃຫຍ່ເຊິ່ງການນຳ ແລະ ປະຊາຊົນນະຄອນ ໂຮ່ຈີມິນ ພວມເອົາໃຈໃສ່ເພື່ອແນໃສ່ກໍ່ສ້າງນະຄອນສະຫຼາດ, ທັນສະໄໝ, ພັດທະນາທ່ວງທັນກັບບັນດານະຄອນໃຫຍ່ອື່ນໆໃນທົ່ວໂລກ.”

ຕອບກັບ

ຂ່າວ/ບົດ​ອື່ນ