ໄຂເວທີປາໄສເສດຖະກິດລະດູໃບໄມ້ຫຼົ່ນ 2014
ເວທີປາໄສເສດຖະກິດລະດູໃຍໄມ້ຫຼົ່ນ 2014
(ພາບ: sggp.org.vn)
(vovworld) – ເວທີປາໄສເສດຖະກິດລະດູໃບໄມ້ຫຼົ່ນ 2014 ດ້ວຍຫົວຂໍ້ “ສ້າງໂຄງປະກອບພື້ນຖານເສດຖະກິດ: ຄວາມຫວັງຫັນປ່ຽນຢ່າງແຮງໂດຍພື້ນຖານ” ດຳເນີນໄປໃນຕອນເຊົ້າວັນທີ 27/09 ຢູ່ແຂວງນິງບິ່ງ. ເວທີປາໄສໂດຍກຳມາທິການເສດຖະກິດສະພາແຫງ່ຊາດ ແລະ ຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ, ສະຖາບັນດິດວິທະສາຍາດສັງຄົມຫວຽດນາມ ສົມທົບກັນຈັດຕັ້ງ, ເພື່ອແນໃສ່ຊອກຫາບັນດາມາດຕະການແທດຈິງເພື່ອສ້າງໂຄງປະກອບພື້ນຖານເສດຖະກິດຂອງປະເທດຊາດຄືນໃໝ່. ກ່າວຄຳເຫັນທີ່ເວທີປາໄສ, ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໃຫ້ຮູ້ວ່າ: ໃນ 9 ເດືອນຕົ້ນປີ 2014, ທົ່ວປະເທດມີ 12/14 ມາດຖານພັດທະນາເສດຖະກິດສັງຄົມບັນລຸ ແລະ ລື່ນກາຍແຜນການ. ຈຸດພົ້ນເດັ່ນໃນການພັດທະນາເສດຖະກິດສັງຄົມ 9 ເດືອນຜ່ານມາໄດ້ບັນລຸລະດັບການເຕີບໂຕໃນບັນດາຂະແໜງ, ບັນດາຂົງເຂດເກືອບທັງໝົດ, ພື້ນຖານເສດຖະກິດໜ້າມີການຫັນປ່ຽນຢ່າງແຮງກ່ວາເມື່ອທຽບໃສ່ປີກາຍ. ພ້ອມກັນນັ້ນ, ແຫຼ່ງເງິນລົງທຶນໂດຍກົງຈາກຕ່າງປະເທດໃນ 9 ເດືອນຂອງປີ 2014 ເພີ່ມຂຶ້ນເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ດຸນການຄ້າສືບຕໍ່ໄດ້ຮັບການປັບປຸງ, ໄພເງິນເຟີ້ໄດ້ຮັບການຄວບຄຸມຢູ່ໃນລະດັບຕຳ່... ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ເນັ້ນໜັກວ່າ:
“ກອງປະຊຸມສຳມະນາຄັ້ງນີ້ມີຄວາມໝາຍສຳຄັນ, ຍ້ອນໄດ້ຮັບການຈັດຕັ້ງໃນໄລຍະພັກກອມມູນິດ ຫວຽດນາມ ພວມຊີ້ນຳສະຫລຸບ 30 ປີແຫ່ງການປ່ຽນໃໝ່, ສະຫລຸບ 5 ປີແຫ່ງການປະຕິບັດມະຕິຂອງກອງປະຊຸມໃຫຍ່ທົ່ວປະເທດຂອງພັກຄັ້ງທີ 11. ພວກຂ້າພະເຈົ້າຫວັງວ່າຈະໄດ້ຮັບຄຳເຫັນຫຼາຍຢ່າງຈາກບັນດານັກຊ່ຽວຊານເສດຖະກິດ, ບັນດານັກວາງແຜນນະໂຍບາຍ, ບັນດາອົງການຄຸ້ມຄອງລັດ, ພ້ອມກັບຄຳເຫັນຂອງການນຳບັນດາທ້ອງຖີ່ນກ່ຽວກັບການປະຕິບັດບັນດາຈຸດໝາຍສັງລວມ ແລະ ບັນດາມາດຖານຕົ້ນຕໍຂອງແຜນການເສດຖະກິດສັງຄົມປີ 2014 ແລະ ກຳນົດທິດໃຫ້ປີຈະມາເຖິງ, ກໍ່ຄືບັນດາມາດຕະການສ້າງໂຄງປະກອບຄືນໃໝ່ທີ່ໄດ້ວາງອອກ…”